ເຫດໄຟໄໝ້ເຮືອບິນຢູ່ລັດເຊຍ: ນັກບິນ ເຜີຍໃຫ້ຮູ້ສາຍເຫດເຮືອບິນ Superjet 100 ລົງຈອດສຸກເສີນ

(VOVWORLD) -ມີຜູ້ໂດຍສານ 33 ຄົນ ແລະ ພະນັກງານປະຈໍາຖ້ຽວບິນ 4 ຄົນ ກໍ່ໂຊກດີລອດຊີວິດຈາກອຸບັດຕິເຫດໄຟໄໝ້ເຮືອບິນຢູ່ລັດເຊຍ.
ເຫດໄຟໄໝ້ເຮືອບິນຢູ່ລັດເຊຍ: ນັກບິນ ເຜີຍໃຫ້ຮູ້ສາຍເຫດເຮືອບິນ Superjet 100 ລົງຈອດສຸກເສີນ - ảnh 1 ກໍາລັງກູ້ໄພກູ້ຊີບ ໄດ້ຊອກເຫັນສົບຂອງຜູ້ປະສົບເຄາະຮ້າຍທັງໝົດ 41 ຄົນ ຢູ່ສະຖານທີ່ເກີດເຫດ (ພາບ:TASS)

ວັນທີ 6 ພຶດສະພາ, ນັກບິນ Denis Yevdokimov ຢູ່ໃນເຮືອບິນໂດຍສານ Sukhoi Superjet 100 ທີ່ເກີດໄຟໄໝ້ ເຮັດໃຫ້ 41 ຄົນເສຍຊີວິດ ກ່ອນນັ້ນໜຶ່ງວັນ, ໃຫ້ຮູ້ວ່າ ຍ້ອນຟ້າຜ່າ ແມ່ນສາເຫດເຮັດໃຫ້ເຮືອບິນລໍາດັ່ງກ່າວຕ້ອງລົງຈອດສຸກເສີນ. ກ່າວຄໍາເຫັນຕໍ່ສື່ມວນຊົນ ລັດເຊຍ, ນັກບິນ Denis Yevdokimov ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ເຮືອບິນຂອງບໍລິສັດການບິນ Aeroflot ພວມຢູ່ໃນໄລຍະການເດີີນທາງໄປຍັງແຂວງ Murmansk ແຕ່ຂາດສັນຍານຕິດຕໍ່ ແລະ ຕ້ອງປ່ຽນໄປໃຊ້ລະບົບຄວບຄຸມສຸກເສີນ ຍ້ອນຟ້າຜ່າ. ຜູ້ໂດຍສານຈໍານວນໜຶ່ງໃນຖ້ຽວບິນດັ່ງກ່າວ ກໍຖືວ່າ ຟ້າຜ່າແມ່ນສາເຫດພາໃຫ້ເກີດອຸບັດຕິເຫດດັ່ງກ່າວ.

        ທ່ານ Yevgeny Ditrikh ລັດຖະມົນຕີກະຊວງຄົມມະນາຄົມ ລັດເຊຍ ໃຫ້ຮູ້ວ່າ ກໍາລັງກູ້ໄພກູ້ຊີບ ໄດ້ຊອກເຫັນສົບຂອງຜູ້ປະສົບເຄາະຮ້າຍທັງໝົດ 41 ຄົນ ຢູ່ສະຖານທີ່ເກີດເຫດ, ໃນຂະນະນັ້ນ ມີຜູ້ໂດຍສານ 33 ຄົນ ແລະ ພະນັກງານປະຈໍາຖ້ຽວບິນ 4 ຄົນ ກໍ່ໂຊກດີລອດຊີວິດຈາກອຸບັດຕິເຫດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ