ເອກວາດໍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

(VOVWORLD) - ວັນທີ 08 ພຶດສະພາ, ທີ່ສຳນັກງານປະທານາທິບໍດີ ເອກວາດໍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ຫງວຽນງອັກເຊີນ ໄດ້ຍື່ນສານແຕ່ງຕັັ້ງຕໍ່ຜູ້ຮັກສາການປະທານາທິບໍດີ ເອກວາດໍ Maria Alejandra Vicuna.
ເອກວາດໍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1 ເອກວາດໍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ (ພາບ: TTXVN)

. ກ່າວຄຳເຫັນທີ່ການຕ້ອນຮັບພາຍຫລັງພິທີຍື່ນສານແຕ່ງຕັ້ງ, ຜູ້ຮັກສາການປະທານາທິບໍດີ ເອກວາດໍ Maria Alejandra Vicuna ໃຫ້ຮູ້ວ່າ: ເພື່ອແນໃສ່ເພີ່ມທະວີການພົວພັນກັບ ຫວຽດນາມ ກ່ວາອີກ, ລັດຖະບານ ເອກວາດໍ ຕົກລົງຈະເປີດອົງການຕາງໜ້າການທູດປະຈຳ ຮ່າໂນ້ຍ ໂດຍໄວ, ພ້ອມທັງສະແດງຄວາມປາດຖະໜາວ່າ ລັດຖະບານ ຫວຽດນາມ ກໍ່ຈະພິຈາລະນາຢ່າງຕັ້ງໜ້າເລື່ອງເປີດສະຖານທູດ ຫວຽດນາມ ປະຈຳ Quito.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນງອັກເຊີນ ມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າການພົວພັນ 2 ປະເທດຈະພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເປີດກ້ວາງການພົວພັນ 2 ປະເທດກ່ວາອີກ, ພິເສດແມ່ນໃນຂົງເຂດການຮ່ວມມືເສດຖະກິດປະຈຸບັນຍັງຈຳກັດຢູ່ເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ