ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພົບປະກັບສື່ມວນຊົນກ່ອນປີໃໝ່ 2021

(VOVWORLD) - ຕອນບ່າຍວັນທີ 25 ທັນວາ, ທີ່ ປັກກິງ, ປະເທດ ຈີນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ເປັນປະທານງານພົບປະກັບສື່ມວນຊົນ ຈີນ ກ່ອນປີໃໝ່ 2021.
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພົບປະກັບສື່ມວນຊົນກ່ອນປີໃໝ່ 2021 - ảnh 1 ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພົບປະກັບສື່ມວນຊົນກ່ອນປີໃໝ່ 2021

        ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມານ ຢັ້ງຢືນວ່າ ເຖິງວ່າປີ 2020 ມີຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ສັງລວມແລ້ວການພົວພັນ ຫວຽດນາມ- ຈີນ ສືບຕໍ່ຮັກສາທ່າພັດທະນາເປັນປົກກະຕິ, ໂປ່ງໃສໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືເສດຖະກິດ-ການຄ້າ, ການລົງທຶນ ສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການພົວພັນ 2 ປະເທດ, ວົງເງິນການຄ້າ 2 ສົ້ນບັນລຸກ່ວາ 117 ຕື້ USD, ເຕີບໂຕ 10,3% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

        ກ່ຽວກັບແງ່ຫວັງການພົວພັນ ຫວຽດນາມ - ຈີນ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຖືວ່າ: ປີ 2021 ເປັນປີທີ່ມີຄວາມໝາຍພິເສດຕໍ່ ຫວຽດນາມ ແລະ ຈີນ, ແມ່ນປີ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13; ຈີນ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ຜັນຂະຫຍາຍການປະຕິບັດແຜນຜັງພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 14. ໃນສະພາບການນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມຊາວນາຍ ສະເໜີໃຫ້ອົງການສື່ມວນຊົນ, ນັກຂ່າວ 2 ປະເທດ ເພີ່ມທະວີການໃຫ້ຂ່າວ, ບົດທີ່ສ່ອງແສງຖືກຄວາມຈິງ, ພາວະວິໄສກ່ຽວກັບການພົວພັນ 2 ປະເທດ ກໍ່ຄືນະໂຍບາຍການພົວພັນພາຍໃນ, ການພົວພັນພາຍນອກຂອງແຕ່ລະປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາທີ່ໂປ່ງໃສ, ເປັນປົກກະຕິຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ