ເອກອັກຄະລັດຖະທູດລາວສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ

ເອກອັກຄະລັດຖະທູດລາວສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ສົມ​ພອນ ສີ​ຈະ​ເລີນ
(ພາບ: taichinhdientu.vn)

(vovworld) – ​ ​ ​​​ຕອນ​ບ່າຍ​ວັນ​ທີ 17/9, ທີ່​ການ​ຕ້ອນຮັບ​​ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ສົມ​ພອນ ສີ​ຈະ​ເລີນ ​ເຂົ້າ​ຢ້ຽ​ມອຳລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ສົມ​ພອນ ສີ​ຈະ​ເລີນ ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກ​ຕີ​ແບບ​ພິ​ເສດ ຫວຽດນາມ - ລາວ ຢ່າ​ງບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​​ສາຍ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃນ​ໄລຍະ​ຜ່ານ​ມາ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ມີ​ບາດກ້າວ​ພັດທະນາ​ໃໝ່​ໃນ​ຫລາຍ​ຂົງ​ເຂດ​ນັບແຕ່​ດ້ານ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​​ເຖິງ​ການ​ພົວພັນ​ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຊື່ອ​ໝັ້ນ​ວ່າ: ​​ໃນ​​ຖານະ​ຕຳ​ແໜ່​ງ​ໃໝ່ ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ສົມ​ພອນ ສີ​ຈະ​ເລີນ ຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​​ແກ່ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ.
ແລະກໍໃນຕອນ​ບ່າຍ​ວັນ​ທີ 17/9, ຢູ່​ຮ່າ​ໂນ້ຍ, ທ່ານ ດິງ​ເທ໋ຮວິນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ສົມ​ພອນ ສີ​ຈະ​ເລີນ ​​​ເຂົ້າ​ຢ້ຽມ​ອຳ​ລາກ່ອນ​ທີ່​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ ດິງ​ເທ໋ຮວິນ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນຢ່າງ​ຕັ້ງໜ້າ​ຂອງ​ທ່ານ ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີນ ​ໃນ​ອາຍຸ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ຫວຽດນາມ, ປະກອບສ່ວນປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາ​ມສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີນ ຢືນຢັນ​ວ່າ: ​ໃນ​ບໍ່​ວ່າ​ຖານະ​ຕຳ​ແໜ່​ງວຽກ​ງານ​ໃດໆ ທ່ານກໍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ