(ທ່ານ ຫງວຽນແທງເຊີນ ເຮັດວຽກກັບຜູ້ອຳນວຍການ
ໃຫຍ່ສູນການຄ້າ ມົດສະກູ ທ່ານ Omar Murtuzaliev)
(vovworld) – ວັນທີ 25/02, ທ່ານ ຫງວຽນແທງເຊີນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ສະຫະພັນ ເລັດເຊຍ ລົງຢ້ຽມຢາມສູນການຄ້າ ມົດສະກູ ແລະ ເຮັດວຽກກັບຄະນະການນຳສູນການຄ້າດັ່ງກ່າວ. ທີ່ການເຮັດວຽກກັບຜູ້ອຳນວຍການໃຫຍ່ສູນການຄ້າ ມົດສະກູ ທ່ານ Omar Murtuzaliev, ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ໄດ້ຮັບຟັງບັນດາຂໍ້ມູນລະອຽດກ່ຽວກັບສະພາບການເຄື່ອນໄຫວຂອງສູນການຄ້າ. ທ່ານ Omar Murtuzaliev ກໍ່ແລກປ່ຽນກັບທ່ານ ເອກອັກຄະລັດຖະທູດ ຫງວຽນແທງເຊີນ ກ່ຽວກັບບັນດາທ່າແຮງຂອງຊາວ ຫວຽດນາມ ຢູ່ສະຫະພັນ ລັດເຊຍ ເວົ້າລວມ ແລະ ມົດສະກູ ເວົ້າສະເພາະ ໃນການຜະລິດບັນດາປະເພດສິນຄ້າອຸດສາຫະກຳເບົາ ແລະ ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກລັດຖະບານ ແລະ ສະຖານທູດຂອງ 2 ປະເທດ ເພື່ອເປີດອອກບັນດາເຂດຮ່ວມມືໃນອະນາຄົດເປັນຢ່າງດີ: ທ່ານ ເອກອັກຄະລັດຖະທູດ ຫງວຽນແທງເຊີນ ໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າເຄີຍຕັກຊາວ ຫວຽດນາມ ອາໄສຢູ່ ລັດເຊຍ ວ່າ: ຄວນເຮັດວຽກບົນນ້ຳໃຈມິດຕະພາບ, ເຮັດວຽກດ້ວຍຄວາມຈິງ. ທຳອິດ, ຕ້ອງຄິດເຖິງເລື່ອງປະກອບສ່ວນພັດທະນາປະເທດ ລັດເຊຍ. ເທື່ອນີ້ແມ່ນເທື່ອທີ 2 ທີ່ຂ້າພະເຈົ້າໄດ້ລົງຢ້ຽມຢາມສູນການຄ້າ ແລະ ເຫັນວ່າ: ທຸກເງື່ອນໄຂຢູ່ແຫ່ງນີ້ ແມ່ນໂຫຍ່ໂຕສວຍງາມ, ສະອາດ ແລະ ທັນສະໄໝທີ່ສຸດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ສູນການຄ້າຍັງຈະພັດທະນາ, ປະກອບສ່ວນໃຫ້ພາລະກິດພັດທະນາສາຍພົວພັນດ້ານການຄ້າ - ການລົງທຶນລະຫວ່າງ 2 ປະເທດ”.