ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາຟ້າມກວາງວິງ ອວຍພອນປີໃໝ່ສະຖານທູດລາວ

(VOVWORLD) -ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ພ້ອມກັບບັນດາພະນັກງານສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ໄປອວຍພອນທ່ານເອກອັກຄະລັດຖະທູດລາວ ໄມ ໄຊຍະວົງ, ພັນລະຍາ ແລະ ບັນດາພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນລາວ ບັນດາເຜົ່າ.

ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາຟ້າມກວາງວິງ ອວຍພອນປີໃໝ່ສະຖານທູດລາວ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາຟ້າມກວາງວິງ ອວຍພອນປີໃໝ່ສະຖານທູດລາວ

(ພາບ: Vietnam+)

ໃນບັນຍາກາດອັນອົບອຸ່ນ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ອວຍພອນທ່ານ ເອກອັກຄະລັດຖະທູດ ໄມ ໄຊຍະວົງ, ພັນລະຍາ ແລະ ບັນດາພະນັກງານ, ພາລະກອນສະຖານທູດລາວ ແລະ ຄອບຄົວ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດ. ເມື່ອຫວນຄືນການປະຕິບັດງານໃນໄລຍະ 3 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ແບ່ງປັນກັບທ່ານເອກອັກຄະລັດຖະທູດ ໄມ ໄຊຍະວົງ ກ່ຽວກັບບົດຮຽນ ແລະ ບັນດາອະນຸສອນແຫ່ງການຮ່ວມມື, ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງສະຖານທູດ 2 ປະເທດ, ໃນນັ້ນມີການສົມທົບກັນຊຸກຍູ້ການພົວພັນຂອງແຕ່ລະປະເທດກັບອາເມິລກາ ແລະ ການຮ່ວມມືລະຫວ່າງບັນດາສະຖານທູດອາຊຽນ ປະຈຳອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ