ເອກອັກຄະລັດຖະທູດ,ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳເຊີແນວຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ

ເອກອັກຄະລັດຖະທູດ,ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳເຊີແນວຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ - ảnh 1
ທ່ານ​ເຢືອງ​ຈີ໋​ຢູ້ງ ຢື່ນ​ສານ​ຕາ​ຕັ້ງ

(vovworld) – ​ວັນ​ທີ 21/11, ທີ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ທ່ານ ເຢືອງ​ຈີ໋​ຢູ້ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​​ວິສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ອົງ​ການ​ການ​ຄ້າໂລກ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ປະ​ຈຳ​ເຊີ​ແນວ, ມີ​ການ​ພົບ​ປະ​ກັບ​ທ່ານ Michael Moller, ຜູ້​ອຳ​ນວຍ​ການ​ໃຫຍ່​ຫ້ອງວ່າ​ການ ສ​ປ​ຊ ປະ​ຈຳ ເຊີ​ແນວ (UNOG) ແລະ ຍື່ນ​ສານ​ຕາ​ຕັ້ງ​​ຕໍ່ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon. ນະ​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢື​ອງ​ຈີ໋​ຢູ້ງ ຢັ້ງ​ຢືນ​ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮ​ອບ​ດ້ານ​ຂອງ ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ ​ຍາ​ມ​ໃດ ຫວຽດ​ນາມ ກໍ່​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ ແລະ ຕັ້ງ​ໜ້າ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ໃນ​ການ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ສຳ​ຄັນ​ຂ​ອງ ສ​ປ​ຊ ກໍ່​ຄື​ສຳ​ລັບ​ເລື່ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ຊ ແລະ ຫວຽດ​ນາມ. ພ້ອມ​ທັງ, ໄດ້​ຝາກ​ຄຳ​ເຊື້ອ​ເຊີນ​ຢ້​ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຄົນ​ໃໝ່ Antonio Guterres.


ຂ່າວ/ບົດ​ອື່ນ