ເອກອັກຄະລັດຖະທູດອາເມລິກາຄົນໃໝ່: ຈະມີ ບັນດານັກລົງທຶນອາເມລິກາ ມາລົງທຶນຢູ່ຫວຽດນາມ

ເອກອັກຄະລັດຖະທູດອາເມລິກາຄົນໃໝ່: ຈະມີ ບັນດານັກລົງທຶນອາເມລິກາ ມາລົງທຶນຢູ່ຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ ຄົນ​ໃໝ່ Theodore G.Osius
(ພາບ: flickr.com)


(vovworld) – ວັນ​ທີ 29/12, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ ຄົນ​ໃໝ່ Theodore G.Osius ​ເຂົ້າ​ຢ້ຽມ​ຂໍ່ານັບເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ  ຊີ້​ແຈ້ງ​ວ່າ, ​ໃນ​ໄລຍະ​ທີ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມຢູ່​ໃນ​ທ່າ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, 2 ປະ​ເທດ​ຕ້ອງ​ມີ​ບັນດາ​ບາດກ້າວ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ນັບ​ມື້​ນັບ​ໃກ້ຊິດສະໜິດສະໜົມ, ບົນ​ຈິດ​ໃຈ​ເຄົາລົບ, ຮ່ວມ​ມື ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ພິ​ເສດ​ແມ່ນ​ນະຄອນ​ໂຮ່ຈິ​ມິນ ​ປາດ​ຖະໜາຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​ໃນ​ບັນດາ​ຂົງ​ເຂດ​ຄື ​ເສດຖະກິດ, ການ​ຄ້າ, ການ​ສຶກສາ, ສາທາລະນະ​ສຸກ.

        ທ່ານເອກ​ອັກຄະ​ລັດຖະທູດ​ Theodore G.Osius ​ໃຫ້​ຮູ້​ວ່າ, ພ້ອມ​ກັບ​ບັນດາ​ຂົງ​ເຂດ​ດັ່ງກ່າວ, ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ ​ແລະ ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ອີກ​ດ້ວຍ. ທ່ານເອກ​ອັກຄະ​ລັດຖະທູດ ຖື​ວ່າ, ​ໃນ​ອະນາຄົດ, ​ເມື່ອ 2 ປະ​ເທດ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP), ຫວຽດນາມ ຈະ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ