ທ່ານປະທານປະເທດ ເຈືອງເຕິນຊາງ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 7/4, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ລົງຢ້ຽມຢາມວິທະຍາຄານປ້ອງກັນ ຊາດ ແລະ ໂອ້ລົມກັບບັນດາຜູ້ເຂົ້າຮ່ວມຊຸດເຝິກອົບຮົມດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບຊຸດທີ 57. ນີ້ແມ່ນຊຸດເຝິກອົບຮົມໃຫ້ສຳມະນາກອນ, ແມ່ນບັນດາການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍຢູ່ສູນກາງ, ການນຳບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕິນຊາງ ເນັ້ນໜັກວ່າ: ສຳລັບ ຫວຽກນາມ, ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ເຂດທະເລໝູ່ເກາະຂອງປະເທດຊາດແມ່ນສັກກະລະບູຊາ, ບໍ່ອາດແຕະຕ້ອງໄດ້. ລຸ້ນຄົນປະຈຸບັນມີຄວາມຮັບຜິດຊອບຕ້ອງປົກປັກຮັກສາ, ມອບສິດຄືນໃຫ້ບັນດາລຸ້ນລູກ, ລຸ້ນຫຼານ ເພື່ອປະເທດຊາດຍືນຍົງຄົງຕົວ ແລະ ພັດທະນາຕະຫຼອດໄປ. ເມື່ອຊີ້ແຈ້ງສາຍເຫດທີ່ຕ້ອງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາເສດຖະກິດຂອງປະເທດຊາດ, ທ່ານປະທານປະເທດ ເຈືອງເຕິນຊາງ ກໍ່ໄຈ້ແຍກບັນດາມາດຕະການໂດຍພັກ, ລັດວາງອອກ ເພື່ອປະຕິບັດບັນດາໜ້າທີ່ດັ່ງກ່າວຄື: ຍົກສູງກຳລັງແຮງສັງລວມ, ເພີ່ມທະວີກຳລັງພາຍໃນ ປະເທດ ແລະ ບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຈາກພາຍນອກ. ພ້ອມທັງຍາດແຍ່ງການສະໜັບສະໜູນຈາກສາກົນ, ສົມທົບກຳລັງແຮງຂອງຊາດ ແລະ ກຳລັງແຮງຂອງຍຸກສະໄໝ ເພື່ອປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດຢ່າງມີໄຊ.