(VOVWORLD) -
ປະຈຸບັນ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ 19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19ກ່ວາ 163.7 ຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟຼິກກາ ແລະ ທະວີບໂອເຊອານີ.
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ກ່ວາ 1.68 ລ້ານຄົນ, ຍົກຈຳນວນຜູ້ຕິດເຊື້ອທັງໝົດຂຶ້ນສູງກ່ວາ 455 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 6 ລ້ານຄົນ ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ມີນາ (ຕາມເວລາ UTC).
ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຮ້າຍແຮງກ່ວາໝູ່, ມາຮອດປະຈຸບັນໄດ້ຮັບຮູ້ມີຜູ້ຕິດເຊື້ອກ່ວາ 81 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 991.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ປະຈຸບັນ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ 19 ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19ກ່ວາ 163.7 ຄົນ, ຖັດຈາກນັ້ນແມ່ນ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟຼິກກາ ແລະ ທະວີບໂອເຊອານີ.