ທ່ານ Martin Schulz, ທ່ານ Robert Fico ແລະ
ທ່ານ Jean Claude Juncker
(ພາບ:EPA/TTXVN)
(vovworld) – ວັນທີ 13/12 ທ່ານ Martin Schulz ປະທານລັດຖະສະພາ ເອີລົບ (ອີຢູ), ທ່ານ Robert Fico ປະທານໝູນວຽນສະຫະພາບ ເອີລົບ (ອີຢູ) ແລະ ທ່ານປະທານຄະນະກຳມະການ ເອີລົບ Jean Claude Juncker ໄດ້ລົງນາມໃນຖະແຫຼງການຮ່ວມ ກຳນົດທິດທາງ ແລະ ບັນດາບຸລິມະສິດໃນວິວັດການສ້າງກົດໝາຍຂອງ ອີຢູ ປີ 2017. ໃນຖະແຫຼງການຮ່ວມວັນທີ 13/12, ອີຢູ ໄດ້ຍົກອອກ 6 ຂົງເຂດຊຶ່ງໄດ້ຮັບການບຸລິມະສິດເປັນພິເສດ ເພື່ອດຳເນີນວິວັດການສ້າງກົດໝາຍນັບແຕ່ປະຈຸບັນຈົນຮອດທ້າຍປີ 2017 ໂດຍໄວ, ເຊິ່ງລວມມີ: ຊຸກຍູ້ສ້າງວຽກເຮັດງານທຳຕື່ມອີກ, ການເຕີບໂຕ ແລະ ການລົງທຶນ; ເພີ່ມທະວີຂອບຂະໜາດສັງຄົມຂອງສະຫະພາບ ເອີລົບ; ປົກປັກຮັກສາຄວາມປອດໄພໃຫ້ພົນລະເມືອງດີກ່ວາ; ປະຕິຮູບນະໂຍບາຍຄົນເຂົ້າເມືອງ ບົນຈິດໃຈຮັບຜິດຊອບ ແລະ ສາມັກຄີ; ຫັນຄຳໝັ້ນສັນຍາຂອງ ອີຢູ ເປັນລະອຽດກ່ຽວກັບການສ້າງຕັ້ງຕະຫລາດຮ່ວມດ້ານເຕັກນິກດີຈີຕອນ; ສ້າງຕັ້ງສຳພັນທະມິດພະລັງງານທີ່ເຕັມໄປດ້ວຍຄວາມຫວັງ ດ້ວຍນະໂຍບາຍສະຫລາດສ່ອງໃສກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ.