ເອົາໃຈໃສ່ເຖິງບຸນປີໃໝ່ chol chnam thmay ຂອງຊາວເຜົ່າຂະແມ

ເອົາໃຈໃສ່ເຖິງບຸນປີໃໝ່ chol chnam thmay ຂອງຊາວເຜົ່າຂະແມ - ảnh 1


ຊາວເຜົ່າຂະແມຕ້ອນຮັບບຸນປີໃໝ່ chol chnam thmay
(ພາບ: ອິນເຕີແນດ)

​(vovworld) - ເນື່ອງ​ໃນ​ໂອກາດ ບຸນປີ​ໃໝ່ chol chnam thmay ຂອງ​ຊາວ​ເຜົ່າ​ຂະ​ແມ ປີ 2014, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ​ໄດ້​ຝາກ​ຈົດໝາຍ​ອວຍພອນ​ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ, ​ໃນ​ຈົດໝາຍ​, ທ່ານ​ອວຍພອນ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ຄວາມ​ຜາ​ສຸກ. ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ພະສົງ​ພ້ອມ​ກັບ​ຊາວ​ຊົນ​ເຜົ່າ​ຂະ​ແມ​ຢູ່​ທ້ອງ​ຖີ່​ນຕ່າງໆ ຍາມ​ໃດ​ກໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມພຸດທະ​ສາສະໜາ​ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ, ຊາວ​ເຜົ່າ​ຂະ​ແມ​ຢູ່​ທ້ອງ​ຖີ່​ນຕ່າງໆ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ, ສັງຄົມ​ຢ່າງ​ມີ​ໄຊ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ ທ້ອງ​ຖີ່​ນ​ຕ່າງໆໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ