ເອົາໃຈໃສ່ເບິ່ງແຍງ ປະຕິບັດບັນດານະ ໂຍບາຍຮັບປະກັນ ຊີວິດສັງຄົມ

ເອົາໃຈໃສ່ເບິ່ງແຍງ ປະຕິບັດບັນດານະ ໂຍບາຍຮັບປະກັນ ຊີວິດສັງຄົມ - ảnh 1

(ພາບ: quangninh.gov.vn)

 (vovworld)-ຫວ່າງ​ແລ້ວ​ນີ້, ທ່ານ​ນາງ​ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ, ລະດົມ​ກຳລັງ​ໃຈ 30 ຄອບຄົວ​ນະ​ໂຍບາຍ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມດີ​ໂອ​ຊິນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຢູ່​ຕາ​ແສງ​ ເຢິນຮວາ, ​ເມືອງກີ່​ເຊີນ, ​ແຂວງ​ຮວາ​ບິງ. ນະ​ທີ່​ນີ້, ທ່ານ​ນາງ​ຫງວຽນ​ທິຢວານ ​ ​ສະ​ເໜີ​ໃຫ້ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ ​ແລະ ປຊຊ ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງ​ຮວາ​ບິ່ງ ກໍ່​ຄື ຕາ​ແສງ​ ເຢິນຮວາ ຕ້ອງ​ເອົາ​ໃຈ​ໃສ່​​ເຖິງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕິດ​ພັນ​ກັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ອັນ​ດີງາມ​ຂອງ​ຊາດ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ພັດທະນາ​ຂົງ​ເຂດ​ການ​ສຶກສາ-​ບຳລຸງ​ສ້າງ, ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ເດັກນ້ອຍ​ໄປ​ຮຽນ, ນັກຮຽນ​ມີ​ໂອກາດ​ຮ່ຳຮຽນ. ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ “ຮັກ​ແພງ​ມະນຸດດ້ວຍ​ກັນ“…. ຂອງ​ຊາດ, ຜັນ​ຂະຫຍາຍ​ການ​ກະທຳ, ວຽກ​ງານ​ອັນ​ແທດ​ຈິງ, ເອົາ​ໃຈໃສ່​ເບິ່​ງແຍງ​ປະຕິບັດ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ໜູນ​ຊ່ວຍບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມດີ​ໂອ​ຊິນ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ເຂົາ​ເຈົ້າບີ່​ນຕົວ​ຂຶ້ນ​ໃນ​ຊີວິດ.

 

 

ຂ່າວ/ບົດ​ອື່ນ