ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ ເລິກເຊີ່ງກວ່າ

ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ ເລິກເຊີ່ງກວ່າ - ảnh 1
ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ກ່ຽວກັບ​ການ​ພົວ​ພັນ
​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
ພາບ:VTV

(vovworld)-  ​ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ກ່ຽວກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ຊື່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 28/9 ຢູ່ ສຳ​ນັກ​ງານ​ສະ​ມາ​ຄົມ ອາ​ຊີ ທີ່ນິວຢ​ອກ, ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ຢືນ​ຢັນ: ບັນ​ດາ​ຜົນ​ປະ​ໂຫຍດ​ພື້ນ​ຖານ ຊື່ງ​ສອງ​ຝ່າຍ​ແບ່ງ​ປັນ ແມ່ນ​ສາຍ​ເຫດ ແລະ ກຳ​ລັງ​ຫນູນ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ຜ່ານ​ຜ່າ​ອະ​ດີດ​ຕະ​ການ​ສົງ​ຄາມ ແລະ ບັນ​ດາ​ຄວາ​ມ​ແຕກ​ຕ່າງ​ເພື່ອ​ກາຍ​ເປັນ​ຄ​ູ່​ຮ່ວມ​ມື​ຮອບ​ດ້ານ​ຂອງ​ກັນ. ເພື່ອ​ຫັນ​ເປັນ​ລະ​ອຽດ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ເລິກ​ເຊິ່ງກວ່າ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ: ສອງ​ຝ່າຍ​ຄວນ​ຮ່ວມ​ມື​ຕັ້ງ​ຫນ້າ​ເພື່ອ​ຜັນ​ຂະ​ຫຍາຍ​ຖະ​ແຫລງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ ຫວຽດ​ນາມ ອາ​ເມ​ລິ​ກາ ແລະ ຖະ​ແຫລງກ​ານ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່​ວມ​ມື​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃນ​ນັ້ນ ສຳ​ຄັນ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ເປັນ​ຕົ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ. ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປ​ະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ຕອບ​ຫລາຍ​ຄຳ​ຖາມ​ຂອງ​ຜູ​້​ຕາງ​ຫນ້າ​ເຈົ້າ​ຫນ້າ​ທີ່, ນັກ​ຮຽນ​ຮູ້ ແລະ ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ກ່ຽວ​ກັບ​ແງ່​ຫວັງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ສຳ​ລັບ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ TPP, ການ​ພົວ​ພັນ ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ອິນ​ເດຍ ແລະ ຈີນ, ບັນ​ຫາ​ແກ້​ໄຂ​ການ​ຂັດ​ແຍ້ງ​ບົນ​ທະ​ເລ​ໂດຍ​ສັນ​ຕິ​ວິ​ທີ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ນຳ​້​ທະ​ເລ​ຂຶ້ນ​ສູງ, ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ທິ​ມະ​ນຸດ.

ຂ່າວ/ບົດ​ອື່ນ