ເຮັດໃຫ້ບາງບັນຫາ ທິດສະດີ - ພຶດຕິກຳ ຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່ ຈະແຈ້ງກ່ວາ
ກອງປະຊຸມສຳມະນາຖືກຈັດຈຶ້ນຢູ່ ນະຄອນໂຮ່ຈີມິນ
(ພາບ: vov.vn)
(vovworld) – ວັນທີ 14/4, ຢູ່ນະຄອນ ໂຮ່ຈີມິນ, ສະພາທິດສະດີສູນກາງໄດ້ສົມທົບກັບຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ບາງບັນຫາທິດສະດີ - ພຶດຕິກຳຕົວຈິງ ຜ່ານ 30 ປີແຫ່ງການປ່ຽນໃໝ່”. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ດິງເທ໋ຮິງ, ກຳມະການກົມການເມືອງ, ເລຂາສູນກາງພັກ ກອມມູນິດ ຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ, ໃຫ້ຮູ້ວ່າ, ຮອດປີ 2016, ພາລະກິດປ່ຽນແປງໃໝ່ປະເທດຊາດຄົບຮອບ 30 ປີ. ຫວຽດນາມ ສຸ້ຊົນຮອດປີ 2020 ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ. ທີ່ກອງປະຊຸມສຳມະນາ, ທ່ານ ເລແທງຫາຍ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ຖືວ່າ: ຈຳເປັນຕ້ອງເຮັດໃຫ້ 3 ບັນຫາຈຸດສຸມໃນລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຈະແຈ້ງກ່ວາ, ເຊິ່ງລວມມີແນວຄວມຄິດ ແລະ ການກະທຳໃນການປະຕິບັດພາລະໜ້າທີ່ຄຸ້ມຄອງເສດຖະກິດຂອງລັດຈາກສູນກາງລົງຮອດທ້ອງຖີ່ນໃນເງື່ອນໄຂເຄື່ອນໄຫວຂອງຕະຫຼາດ.
ວັນທີ 15/4, ຄະນະຜູ້ແທນສະພາທິດສະດີສູນກາງ ຈະໄປສຳຫຼວດສະພາບການຕົວຈິງຢູ່ບັນດາຮາກຖານໃນບໍລິເວນນະຄອນ ໂຮ່ຈີມິນ.