ເຮືອບິນຕົກຢູ່ບຣາຊິນ, ບໍ່ມີໃຜລອດຕາຍ

ເຮືອບິນຕົກຢູ່ບຣາຊິນ, ບໍ່ມີໃຜລອດຕາຍ - ảnh 1
ເຮືອບິນ​ເອລີກ​ອບ​ເຕີ​ Eurocopter EC 155
(ພາບປະກອບ)


(vovworld) – ​ໄດ້​ມີ 5 ຄົນ​ເສຍ​ຊີວິດ​ໃນ​ເຫດ​ເຮືອບິນ​ເອລີກ​ອບ​ເຕີ​ຕົກ, ​ເຊິ່ງ​ເກີດ​ຂຶ້ນ​ໃນ​ວັນ​ທີ 02/04 ຢູ່​ລັດ Sao Paulo ປະ​ເທດ​ບຣາຊິນ. ​ເຮືອບິນ​ຕົກ​ຢູ່​ເຂດຊຸມ​ຊົນ Fazendinha y Porto Vitorio ຂຶ້ນກັບຊານ​​ເມືອງ Carapicuiba ຢູ່​ລັດ​ດັ່ງກ່າວ. ​ເຮືອບິນ​ເອລີກ​ອບ​ເຕີຖືກຕົກ​ແມ່ນ​ Eurocopter EC 155 ຂອງ​ບໍລິສັດ​ນຳ​ເຂົ້າ Seripatri ພວມ​ໃນ​ວິວັດ​​ເຝິກບິນ ພາຍຫຼັງສຳ​ຫຼວດການບູລະນະ​ສ້ອມ​ແປງ ດ້ວຍ​ເວລາ​ບິນ​ປອດ​ໄພ​ກວ່າ 600 ຊົ່ວ​ໂມງ. ປະຈຸ​ບັນ, ກຳລັງ​ກອງທັບ​ອາກາດ​ບຣາຊິນ ພວມ​ທຳ​ການສືບ​ສວນ​ເພື່ອ​ເຮັດ​​ແຈ້ງ​ສາຍ​ເຫດ​ພາ​ໄປ​ເຖິງ​ອຸບັດ​ຕິ​ເຫດດັ່ງກ່າວ ​ແລະ ຢັ້ງຢືນລາຍຊື່​ຂອງ​ຜູ້​ຖືກ​ເສຍ​ຊີວິດ 5 ຄົນ​ໃນ​ເຮືອບິນລຳ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ