ເຮືອຫາປາຈີນ ເພີ່ມທະວີການເຄື່ອນໄຫວຫາປາຢ່າງຜິດກົດໝາຍ ຢູ່ເຂດທະເລ ສ.ເກົາຫຼີ

ເຮືອຫາປາຈີນ ເພີ່ມທະວີການເຄື່ອນໄຫວຫາປາຢ່າງຜິດກົດໝາຍ ຢູ່ເຂດທະເລ ສ.ເກົາຫຼີ - ảnh 1
(ພາບປະກອບ: Yonhap)

(vovworld) – ​​ໃນ​ໂອກາດ​ກຳລັງ​​ເຫຼົ່າ​ທັບ​ເຮືອ ​​ແລະ ຕຳຫຼວດ​ທະ​ເລ​ ສ.​ເກົາຫຼີ ພວມ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ກູ້ໄພ​ກູ້ຊີບ​ເຮືອ​ບັກ SEWOL, ຖືກ​ຈົມ​ນ້ຳ​ແຕ່​ກາງ​ເດືອນ 04 ຜ່ານ​ມາ, ບັນດາ​ເຮືອ​ຫາ​ປາຈອງ ຈີນ ​ໄດ້​​ເຂົ້າ​ເຂດ​ທະ​ເລ​ຂອງ​ສ.​ເກົາຫຼີ ​ໃນ​ທະ​ເລເຫຼືອງ ເພື່ອ​ຫາ​ປາ​ຢ່າງ​ຜິດ​ກົດໝາຍ. ວັນ​ທີ 13/05, ສຳນັກ​ຂ່າວສານ Yonhap ຂອງ​ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ລັດຖະບານ​ສ.​ເກົາ​ຫຼີ ​ໄດ້​ຜ່ານ​ຊ່ອງ​ການ​ທູດ​ເພື່ອ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ, ພ້ອມ​ທັງ​ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​​ມາດ​ຕະການ​ຕ່າງໆເພື່ອ​ກີດຂວາງ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເຈົ້າ​ໜ້າ​ທີ່ລັດຖະບານສ.​ເກົາຫຼີ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ “​ໄດ້​ຮຽກຮ້ອງ​​ໃຫ້ຈີນ ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ໃນ​ທັນທີ​​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ​”. ສ່ວນ, ປັກກິ​ງ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ດຳ​ເນີນ​ມາດ​ຕະການຕ່າງໆ​​ເພື່ອ​ຈຳກັດສະພາບ​ຫາ​ປາ​ຢ່າງ​ຜິດ​ກົດໝາຍ​ດັ່ງກ່າວຄື: ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ກົດໝາຍ​ຂອງ​ບັນດາ​ອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ, ​ໂຄສະນາ​ສຶກສາ​ໃຫ້​ຊາວ​ປະ​ມົງ… ຄາດ​ວ່າ ລັດຖະບານ​ສ.​ເກົາຫຼີ ​ຈະ​ຍົກ​ອອກບັນຫາ​ດັ່ງກ່າວ​ກັບ​ຝ່າຍ​ຈີນ ທີ່​ກອງ​ປະຊຸມ​ຮ່ວມ​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ໃນ​ເດືອນ​ໜ້າ.

ຂ່າວ/ບົດ​ອື່ນ