(vovworld) - ຕອນເຊົ້າວັນທີ 26 ຕຸລາ, ທ່ານ ເລຮົ່ງແອນ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ, ໄດ້ໄປກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸ Wutip ຢູ່ເມືອງ ວິ້ງລິງ, ແຂວງກວາງຈິ້. ພະຍຸ Wutip ໄດ້ພັດເຂົ້າເທດສະບານເມືອງວິ້ງລິງ, ເຮັດໃຫ້ 22 ຄົນຖືກບາດເຈັບ, ເຮືອນຊານ 9000 ຫຼັງ ແລະ 1.700 ກິດຈະກຳພື້ນຖານໂຄງລ່າງຖືກເປ່ເພ, ພິເສດມີເນື້ອທີ່ປູກຢາງພາລາກວ່າ 5.500 ແຮກຕາຖືກທຳລາຍ, ກໍ່ຄວາມສາຍຫາຍທັງໝົດເກືອບ 2000 ຕື້ດົງ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ວິ້ງລິງ ແລະ ແຂວງກວາງຈີ້, ທ່ານເລຮົ່ງແອງ ໃຫ້ຮູ້ວ່າ ລັດຖະບານພວມລວບລວມຄວາມເສຍຫາຍເພື່ອຫັກງົບປະມານໜູນຊ່ວຍໃຫ້ບັນດາທ່ອງຖິ່ນແກ້ໄຂຜົນຮ້ານຢ້ອນຫຼັງຈາກໄພທຳມະຊາດ. ທ່ານເລຮົ່ງແອງ ກໍ່ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ບັນດາກະຊວງ, ຂະແໜງການສູນກາງ ຕ້ອງຄົ້ນຄວ້າຢ່າງລະອຽດ, ວິທະຍາສາດ, ຊອກຫາຕົ້ນໄມ້ທີ່ເໝາະສົມກັບແຕ່ລະເຂດທີ່ເຄີຍປະສົບໄພທຳມະຊາດ. ພ້ອມທັງມີທິດທາງໜູນຊ່ວຍພໍ່ແມ່ປະຊາຊົນກູ້ຢືມທຶນເພື່ອຟື້ນຟູການຜະລິດ ພາຍຫຼັງພະຍຸ, ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຮົ່ງແອງ ໄດ້ພ້ອມກັບຄະນະປະຕິບັດງານ ລົງກວດກາຢູ່ບາງສວນປຸກຢາງພາລາຖືກທຳລາຍຢູ່ຕາແສງ ວິ້ງທຸຍ, ມອບຂວງຂວັນໃຫ້ 3 ຄອບຄົວທີ່ຖືກເສຍຫາຍຈາກພະຍຸ Wutip, ມອບຂອງຂວັນ 15 ພູດໃຫ້ປະຊາຊົນເຂດຖືກພະຍຸເມືອງວິ້ງລິງ.