ແຂກທ່ອງທ່ຽງສາກົນມາຫວຽດນາມ ໃນເດືອນ 4 ເພີ່ມຂຶ້ນສູງ

ແຂກທ່ອງທ່ຽງສາກົນມາຫວຽດນາມ ໃນເດືອນ 4 ເພີ່ມຂຶ້ນສູງ - ảnh 1
( ພາບປະກອບ )

( vovworld ) –   ຕາມ​ກົມ​ໃຫຍ່​ການທ່ອງທ່ຽວ​ຫວຽດນາມ ​ແລ້ວ, ໃນ​​ເດືອນ 4 ປີ 2012 ຫວຽດນາມ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ​​ເພີ​່ມຂຶ້ນ 18% ​ເມື່ອ​ທຽບ​​​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ໄລ່​ລວມ​ແລ້ວ ​ໃນ 4 ​ເດືອນ​ຕົ້ນ​ປີ 2012, ຫວຽດນາມ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ປະມານ 2,5 ລ້ານ​ເທື່ອ​​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 23% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ແຂກ​ທ່ອງ​ທ່ຽວ​ມາ​ຫວຽດນາມ ດ້ວຍ​ທາງ​ທະ​ເລ​ກໍ​ເພີ່ມ​ຂຶ້ນ​ສູງ​ພໍ​ສົມຄວນ, ບັນລຸ​ລະດັບ​ເພີ່ມ​ຂຶ້ນໃນ​ເດືອນ 4 ​ແມ່ນ 67%, ​ຄິດໄລ່​ທັງ​ 4 ​ເດືອນບັນລຸ 40%. ສະ​ເພາະ​ນະຄອນ​ໂຮ່ຈິ​ມິນ, ​ໃນ​ເດືອນ 4 ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 275.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​​​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ 2011. ຍອດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ມານ​ະຄອນ​ໂຮ່ຈິ​ມິນ​ ໃນ​ 4 ​ເດືອນ​ຕົ້ນ​ປີ​ຄາ​ດວ່າ​ບັນລຸ 1,2 ລ້ານ​​ເທື່ອຄົນ, ​ເພີ່ມ​ຂຶ້ນ 9% ເມື່ອ​ທຽບ​​​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ 2011.

ຂ່າວ/ບົດ​ອື່ນ