ແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມໃນເດືອນກຸມພາເພີ່ມ ຂຶ້ນ20%ທຽບໃສ່ໄລຍະດຽວກັນປີກາຍ

ແຂກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມໃນເດືອນກຸມພາເພີ່ມ ຂຶ້ນ20%ທຽບໃສ່ໄລຍະດຽວກັນປີກາຍ - ảnh 1
(ພາບປະກອບ)

(vovworld) - ​ ຕາມ​ຕົວ​ເລກ​ຂອງ​ກົມ​ໃຫຍ່​ສະຖິຕິ, ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 02/2016 ຄາດ​ວ່າ​ບັນລຸ​​ໄດ້ 834.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 3,5% ​ເມື່ອ​ທຽບ​ໃສ່​ກັບ​ເດືອນ 01/2016 ​ແລະ ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ ​ເດືອນ 02/2015. ​ບັນດາ​ຕະຫລາດ​ແຂກ​ທ່ອງ​ທ່ຽວສ່ວນ​ຫລາຍລ້ວນ​ແຕ່​ເພີ່ມ​ຂຶ້ນ​ຄື: ຈີນ, ສ.​ເຫົາ​ຫຼີ, ອີ​ຕາ​ລີ, ​ໄທ, ​ໄຕ້​ຫວັນ, ມາ​ເລ​ເຊຍ, ອັງກິດ, ຟີ​ລີບປິນ, ​ແອັດສະ​ປາຍ, ຊູ​ແອັດ, ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ​ແດນ​ມາກ, ​ໂຮ​ນລັງ, ຍີ່ປຸ່ນ, ສິງກະ​ໂປ ​ແລະ ກາ​ນາ​ດາ. ຕາມ​ກົມ​ໃຫຍ່​ທ່ອງທ່ຽວ​ແລ້ວ, ​​ໃນ 2 ​ເດືອນ​ຕົ້ນ​ປີ ຄາດ​ວ່າ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ບັນລຸ​ໄດ້ 14,2 ລ້ານ​ເທື່ອ​ຄົນ. ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ ຄາດ​ວ່າ​ບັນລຸ​ໄດ້ 81.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 19% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ປີ 2015.

 

ຂ່າວ/ບົດ​ອື່ນ