(vovworld) - ໂດຍນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ ມິດຕະພາບຫວຽດນາມ - ລາວ, ຕອນຄໍ່າວັນທີ 10/9, ຢູ່ນະຄອນ Dien Bien Phu, ແຂວງ Dien Bien ໄດ້ໄຂງານຕະຫຼາດນັດການຄ້າ, ການທ່ອງທ່ຽວຫວຽດນາມ - ລາວ ປີ 2012. ງານຕະຫຼາດນັດການຄ້າທ່ອງທ່ຽວຫວຽດນາມ - ລາວ ປີ 2012 ໄດ້ດຶງດູດຮ້ານວາງສະແດງສິນຄ້າເກືອບ 300 ຮ້ານ ຂອງ 150 ວິສາຫະກິດຂອງສອງປະເທດ. ງານຕະຫຼາດນັດດ້ວຍບັນດາຜະລິດຕະພັນບໍລິໂພກ, ອຸປະໂພກ, ຜະລິດຕະພັນກະ, ໂສ້ງເສື້ອ, ເຄື່ອງຫັດຖະກຳ, ບັນດາຜະລິດຕະພັນການທ່ອງທ່ຽວ ແລະ ອື່ນໆ ບັນດາແຂວງທາງພາກເໜືອຂອງລາວ ໄດ້ນຳບັນດາດາຜະລິດຕະພັນທີ່ຜະລິດຢູ່ລາວ. ງານຕະຫຼາດນັດການຄ້າ, ການທ່ອງທ່ຽວຫວຽດນາມ - ລາວ ປີ 2012 ບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ຟົດຟື້ນເພື່ອໃຫ້ພະນັກງານ, ປະຊາຊົນບັນດາເຜົ່າເຫັນໄດ້ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງຊາດຫວຽດນາມ - ລາວເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຂອງສອງປະເທດພົບປະແລກປ່ຽນຊອກຮູ້ຄວາມສາມາດບົມຊ້ອນຂອງການພົວພັນຮ່ວມມືດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການຊຸກຍູ້ດ້ານການຄ້າ, ການທ່ອງທ່ຽວຂອງແຕ່ລະປະເທດອີກດ້ວຍ.