ວິສາຫະກິດ ຫວຽດນາມ ລົງທຶນປູກຢາງພາລາ ຢູ່ ລາວ
ພາບປະກອບ:internet
|
(vovworld) - ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ ແລະ ຫວຽດນາມ, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ, ຕອນເຊົ້າວັນທີ 26/7, ຄະນະພະນັກງານແຂວງ ສາລະວັນ ໂດຍທ່ານ ບົວທອງຄຸນ ຍອດພັນຍາ, ຫົວຫນ້າຄະນະຈັດຕັ້ງ ທັງເປັນປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງສາລະວັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກລັກ. ທີ່ການເຮັດວຽກ, ທ່ານ ບົວທອງຄຸນ ຍອດພັນຍາ ປາດຖະຫນາວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງ ດັກລັກ ແລະ ແຂວງສາລະວັນກໍຄືການເຄື່ອນໄຫວສົ່ງເສີມລົງທຶນຂອງບັນດາວິສາຫະກິດໃນແຂວງ ດັກລັກ ຢູ່ສາລະວັນໃຫ້ນັບມື້ນັບພັດທະນາ, ປັບປຸງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງສອງແຂວງດັ່ງກ່າວເວົ້າສະເພາະ ແລະ ສອງປະເທດ ຫວຽດນາມ ແລະ ລາວ ເວົ້າລວມ. ທ່ານ ບົວທອງຄຸນ ຍອດພັນຍາໃຫ້ຮູ້ວ່າ:
“ຂ້າພະເຈົ້າປາດຖະຫນາວ່າ ແຂວງສາລະວັນ ແລະ ແຂວງດັກລັກເສີມຂະຫຍາຍມູນເຊື້ອສາຍພົວພັນອັນດີງາມ ຊຶ່ງປະທານໂຮ່ຈິມີນ ແລະ ປະທານໄກສອນ ພົມວິຫານກໍ່ຕັ້ງ. ພວກຂ້າພະເຈົ້າຫວັງວ່າ ສອງແຂວງຈະເອົາໃຈໃສ່ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງແຂວງ, ສອງປະເທດພວກເຮົານັບມື້ນັບດີງາມກວ່າ.”
ເມື່ອໃຫ້ການຕ້ອນຮັບທ່ານບົວທອງຄຸນ ຍອດພັນຍາ, ທ່ານ Dinh Van Khiet ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ຢືນຢັນວ່າ: ໃນໄລຍະຈະມາເຖິງແຂວງ ດັກລັກ ຈະຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນໄປຍັງແຂວງ ສາລະວັນ ເວົ້າສະເພາະ ແລະ ບັນດາແຂວງພາກໃຕ້ຂອງລາວເວົ້າລວມ.