ພິທີໄຫວ້ບູຊາພະບິດາ ຫຼາກລອງກວນ (ພາບ:baophutho)
|
(vovworld)- ຕອນເຊົ້າວັນທີ 5/4, (ກົງກັບວັນທີ 6 ເດືອນ 3 ໄລຕາມຈັນທະ ປະຕິທິນ) ຢູ່ຈອມພູ ຊິມ ແລະ ພູ ຫວັ້ນທີ່ຂຶ້ນກັບເຂດປູຊະນີຍະສະຖານວິຫານຮຸ່ງທີ່ແຂວງ ຟູ້ເຖາະ, ໄດ້ຈັດພິທີໄຫວ້ບູຊາພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກໄມ້,ໄຕ້ທູບທຽນ ບູຊາ ພະແມ່ ເອົາເກີ. ທ່ານຮ່າເກ້ຊານ ຮອງປະທານຄະນະກຳມະການປະຊາຊົນແຂວງ ຟູ້ເຖາະ ໃຫ້ຮູ້ວ່າ :
“ ໃນວັນທີ 6 ເດືອນ 3 ໄລຕາມຈັນທະປະຕິທິນ, ແຂວງ ຟູ້ເຖາະ ຈັດຕັ້ງພິທີໄຫວ້ບູຊາພະບິດາ ຫຼາກລອງກວນ ແລະ ຖະຫວາຍດອກໄມ້,ໄຕ້ທູບທຽນ ບູຊາ ພະແມ່ ເອົາເກີທີ່ໄດ້ໃຫ້ກຳເນີດຊາວຫວຽດນາມ. ສິ່ງນີ້ໄດ້ສະແດງໃຫ້ເຫັນ ສາຍຈິດມິດໃຈ ຂອງພໍ່ແມ່ປະຊາຊົນຮ່ວມຊາດ ແລະ ສຶກສາອົບຮົມນຳ້ໃຈມະຫາສາມັກຄີຂອງຊາດຫວຽດນາມ. ປະຈຸບັນ, ແຂວງ ຟູ້ເຖາະພວມມີແຜນປັບປຸງບັນດາພິທີຖະຫວາຍດອກໄມ້ໄຕ້ທູບທຽນບູຊາໃຫ້ດີກວ່າເກົ່າ ເພື່ອໃຫ້ປະຊາຊົນໃນທົ່ວປະເທດສະແດງຄວາມເຄົາລົບນັບຖືຕໍ່ບັນພະບຸລຸດ ”