ແຂວງ ຫວິງລອງ ຍູ້ແຮງການສ້າງພື້ນຖານເສດຖະກິດຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV) |
ຕອນເຊົ້າວັນທີ 28 ເມສາ, ຢູ່ແຂວງ ຫວິງລອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ໄດ້ມີການເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງ ຫວິງລອງ ກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດໜ້າທີ່ປີ 2021, ໄຕມາດ I ປີ 2022 ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຕິດຕາມກວດກາຫົວເລື່ອງສະເພາະຂອງສະພາແຫ່ງຊາດ; ຄະນະປະຈຳສະພາແຫ່ງຊາດ ປີ 2022.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.
ເລຕວຽດ