ແຂວງ ເຫ້ງອານ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນພາຍຫຼັງພະຍຸໂດຍໄວ
ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ
ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເຫ້ງອານ
(ພາບ: baonghean.vn)
(vovworld) - ຕອນເຊົ້າວັນທີ 29 ຕຸລາ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເຫ້ງອານ ກ່ຽວກັບສະພາບເສຍຫາຍ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກບັນດາພະຍຸ Wutip ແລະ Nari ໃນບໍລິເວັນແຂວງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຮົ່ງແອງ ສະເໜີໃຫ້ແຂວງເຫ້ງອານ ຂຸດຄົ້ນແຫຼ່ງກຳລັງຢູ່ກັບທີ່ ແລະ ຍາດແຍ່ງການສະໜັບສະໜູນຂອງສູນກາງ, ບັນດາອົງການຈັດຕັ້ງມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນໃນເຂດນ້ຳຖ້ວມເປັນປົກກະຕິ; ຈັດຕັ້ງການໄປຢື້ຢາມຖາມຂ່າວ, ປຸກລະກົມບັນດາຄອບຄົວທີ່ມີຜູ້ເສຍຊີວິດ, ຮັບບາດເຈັບ, ຄອບຄົວນະໂຍບາຍ; ສະໜອງທັນຍາຫານ, ປະຕິບັດວຽກງານກູ້ໄພກູ້ຊີບເປັນຢ່າງດີ ບໍ່ປະໃຫ້ປະຊາຊົນຖືກອຶດຫິວ. ພ້ອມທັງສົ່ງບັນດາຄະນະປະຕິບັດງານລົງຮາກຖານຊີ້ນຳ, ແນະນຳໃຫ້ບັນດາຕາແສງທຳການຜະລິດ, ລ້ຽງສັດ, ຟື້ນຟູເນື້ອທີ່ດິນປູກຝັງ, ລ້ຽງສັດໃຫ້ເປັນປົກກະຕິ ແລະ ຟື້ນຟູບັນດາກິດຈຳກຳໂຄງລ່າງທີ່ຈຳເປັນເພື່ອຮັບປະກັນຊີວີດການເປັນຢູ່ຂອງປະຊາຊົນ.
ພະຍຸ Wutip ແລະ Nari ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ແຂວງເຫ້ງອານ ເຮັດໃຫ້ 6 ຄົນເສຍຊີວິດ, ເຮືອນຊານ 30 ຫຼັງຖືກເປ່ເພ ແລະ 30 ຫຼັງຖືກຈົມໃຕ້ນ້ຳ, ເຂົ້າພືດ, ສິນໃນນ້ຳ 22.000 ແຮກຕາຖືກເສຍຫາຍ. ຄາດວ່າພະຍຸໄດ້ກໍ່ຄວາມເສຍຫາຍທາງດ້ານເສດຖະກິດປະມານ 1.700 ຕື້ດົງ.