ແຂວງ ເຮົ້າຢາງ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ
ແຂວງ ເຮົ້າຢາງ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ
(ພາບ: chinhphu.vn)
(vovworld) - ຕອນເຊົ້າວັນທີ 01/01, ຢູ່ນະຄອນ ວິ້ແທງ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ, ທະຫານເຂດ 9 ສົມທົບກັບແຂວງເຮົ້າຢາງ ຈັດງານຊຸມນຸມມິດຕິງ, ສວນສະໜາມ ເພື່ອສະເຫຼີມສະໜອງ 40 ປີແຫ່ງວັນຕີເອົາໄຊຊະນະກອງພັນຂອງສັນຕູ 75 ຄັ້ງຂອງກອງທັບ ແລະ ປະຊາຊົນເຂດ 9 ແລະ 10 ປີແຫ່ງວັນສ້າງຕັ້ງແຂວງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງແຂວງເຮົ້າຢາງບັນລຸໄດ້ໃນໄລຍະ 10 ປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ອົງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງເຮົ້າຢາງ ຈະເສີມຂະຫຍາຍມູນເຊື້ອປະຕິວັດວິລະຊົນໃນການຕໍ່ສູ້, ພະຍາຍາມໃນການອອກແຮງງານ, ມີຫົວຄິດປະດິດສ້າງ, ລະດົມທຸກແຫຼ່ງກຳລັງ, ຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງຕົນ ເພື່ອພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ. ສູ້ຊົນກໍ່ສ້າງບ້ານເກີດເມືອງນອນເຮົ້າຢາງ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ ກັບມູນເຊື້ອອັນສະຫງ່າລາສີ, ມູນເຊື້ອວິລະຊົນ, ກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ”.
ເນື່ອງໃນໂອກາດນີ້, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງເຮົ້າຢາງ ໄດ້ຕ້ອນຮັບຫຼຽນໄຊເອກະລາດຊັ້ນ 2 ຂອງປະທານປະເທດມອບໃຫ້.