ແຂວງກວາງຊີ ປະເທດຈີນ ເພີ່ມທະວີການຮ່ວມມືເສດຖະກິດ ກັບຫວຽດນາມ

 
(vovworld) - ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ປັກ​ກິ່ງ ​ແລ້ວ, ​ແຂວງ​ກວາງ​ຊີ ປະ​ເທດ​ຈີນ ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ຮອບດ້ານ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ, ການ​ຄ້າ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ. ວັນ​ທີ 6/3, ​ໃນ​ການ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ປັກ​ກິ່ງ, ທ່ານ​ ຫລີ​ນ​ແທງ​ຫລີ້ ຮອງ​ປະທານ​ເຂດ​ປົກຄອງ​​ຕົນ​ເອງຊົນ​ເຜົ່າ ຈວາງ​ແຂ​ວງກວາງ​ສີ  ​ໃຫ້​ຮູ້​ວ່າ: ຈຸດ​ສຸມ​ໃນວຽກງານການ​ຕ່າງປະ​ເທດ​ຂອງ​ແຂວງກວາງ​ຊີ ​ແມ່ນ​ມຸ້ງ​ໄປ​ເຖິງ​ບັນດາ​ປະ​ເທດ ອາ​ຊຽນ, ​ໃນ​ນັ້ນ ມີ​ຫວຽດນາມ. ປະຈຸ​ບັນ ວົງ​ເງິນ​ສົ່ງອອກ​ນຳ​ເຂົ້າ​ລະຫວ່າງ ​ແຂວງ ກວາງ​ຊີກັບ​ບັນດາ​ປະ​ເທດ ອາ​ຊຽນກວມ 50% ຍອດ​ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າຂອງ​​ແຂວງ​ກວາງຊີ, ​ໃນ​ນັ້ນ ສະ​ເພາະ​ຫວຽດນາມ ກວມ​ປະມານ 80%. ສະ​ນັ້ນ ຫວຽດນາມ ມີ​ທີ່​ຕັ້ງ​ສຳຄັນ​ໃນ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ກໍ​ຄື​ໃນ​ອົງ​ປະກອບ​ການສົ່ງ​ອອກ​ນຳເຂົ້າຂອງ​ກວາງຊີ. ທ່ານ ຫລີ​ນ​ແທງ​ຫລີ້​ ​ໃຫ້​ຮູ້​ວ່າ: ​ແຂວງ​ກວາງ​ສີ ຈະ​ສືບ​ຕໍ່​ເປີດ​ກວ້າງ​ຍຸດ​ທະ​ສາດ​ພົວພັນກັບຕ່າງປະເທດ​ເພື່ອ​ຊຸກຍູ້​ການ​ພັດທະນາ, ຊຸກຍູ້​ການ​ພົວພັນ​ຄ້າຂາຍ​ລະຫວ່າງ​ສອງ​ຝ່າຍ, ຍູ້​ແຮງ​ການ​ກໍ່ສ້າງ​ກໍ​ຄື​ຍົກ​ລະດັບ​ພາລະ​ບົດ​ບາດ​ຂອງ​ບັນດາ​ດ່ານ​ຊາຍ​ແດນ, ນຳ​ໃຊ້​ຫລາຍ​ມາດ​ຕະການ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ​້​ແກ່​ການ​ພົວພັນ​ຄ້າຂາຍ​ສິນຄ້າ ​ແລະ ຍູ້​ແຮງ​ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ ພີ​ງ​ແຊງ - ດົງ​ດັງ, ຕູຍ​ຊີງ ມອງ​ກາຍ.

ຂ່າວ/ບົດ​ອື່ນ