ແຂວງກວາງນິງສະເຫຼີມສະຫຼອງ 50ປີແຫ່ງວັນສ້າງຕັ້ງ
ພິທີໄດ້ຈັດຕັ້ງໃນຕອນຄຳ່ວັນທີ 19/10
(ພາບ: danviet.vn)
(vovworld) - ຕອນຄຳ່ວັນທີ 19/10, ຢູ່ນະຄອນ ຮ້າລອງ, ແຂວງກວາງນິງ ໄດ້ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງ 50ປີແຫ່ງວັນສ້າງຕັ້ງແຂວງ. 50 ປີແຫ່ງການສ້າງສາ ແລະ ພັດທະນາ, ແຂວງ ກວາງນິງ ໄດ້ກາຍເປັນສູນເສດຖະກິດ, ທ່ອງທ່ຽວ ແລະ ການຄ້າຂອງພາກເໜືອ. ເສດຖະກິດຂອງແຂວງ ກວາງນິງ ຍາມໃດກໍ່ໄດ້ຮັກສາຢູ່ໃນລະດັບເຕີບໂຕສູງ ແລະ ເປັນປົກກະຕິ. ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ອວຍພອນ, ຊົມເຊີຍນ້ຳໃຈສາມັກຄີ, ຄວາມມານະພະຍາຍາມສຸ້ຊົນ ແລະ ບັນດາໝາກຜົນທີ່ເປັນໜ້າເອກອ້າງທະນົງໃຈເຊິ່ງຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງ ກວາງນິງບັນລຸໄດ້ໃນເຄິ່ງສະຕະວັດຜ່ານມາ. ທ່ານເວົ້າວ່າ:
“ແຂວງກວາງນິງ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃນສະພາບການມີກາລະໂອກາດຫຼາຍຢ່າງ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ຄະນະພັກ ແລະ ປະຊາຊົນບັນດາເຜົ່າແຂວງ ກວາງນິງ ຄວນມານະພະຍາຍາມ, ເປັນເຈົ້າການກຳແໜ້ນກາລະໂອກາດສຸ້ຊົນ ແລະ ສ້າງສາແຂວງ ກວາງນິງ ກາຍເປັນແຂວງອຸດສາຫະກຳຕາມທິດທັນສະໄໝໃນປີ 2015 ໂດຍພື້ນຖານ.”
ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງແຂວງ, ໝູ່ພະນັກງານ, ກອງທັບ ແລະ ປະຊາຊົນແຂວງ ກວາງນິງ ໄດ້ຮັບຫຼຽນໄຊເອກະລາດຊັ້ນ 1, ນະຄອນ ຮ້າລອງ ກໍ່ໄດ້ຮັບຫຼຽນໄຊເອກະລາດຊັ້ນ 2 ແລະ ນະຄອນ ຮ້າລອງ ກໍ່ຖືກລັດຖະບານຕົກລົງເປັນຕົວເມືອງຊັ້ນ 1.