ແຂວງກວາງນີງເປີດສະຫຼອງໂຄງການນຳຕາໜ່າງໄຟຟ້າເຖິງ5ຕາແສງເມືອງເວີນດົນ

ແຂວງກວາງນີງເປີດສະຫຼອງໂຄງການນຳຕາໜ່າງໄຟຟ້າເຖິງ5ຕາແສງເມືອງເວີນດົນ - ảnh 1
ພິ​ທີ​ເປີດ​ສະ​ຫຼອງ​ໂຄງ​ການ
(ພາບ: Báo Quảng Ninh)

(vovworld) – ​ວັນ​ທີ 17/1, ຢູ່​ຕາ​ແສງ​ເກາະ ງອກວື່ງ, ເມືອງ ໂກ​ໂຕ, ບໍ​ລິ​ສັດ​ໄຟ​ຟ້າ ກວາງ​ນີງ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ສະຫຼອງໂຄ​ງ​ການ​ນຳ​ຕາ​ໜ່າງ​ໄຟ​ຟ້າ​ແຫ່ງ​ຊາດ​ເຖິງ 5 ຕາ​ແສງ​ເກາະ​ເມືອງ ເວີນ​ດົນ, ແຂວງ ກວາງ​ນີງ, ສະໜອງ​ໄຟ​ຟ້າ​ໃຫ້​ກ່​ວາ 2.100 ຄອບ​ຄົວ​ທ້ອງ​ຖິ່ນ. ດ້ວຍຍອ​ດ​ຈຳ​ນວນ​ເງິ​ນ​ລົງ​ທຶນ​ປະ​ມານ 312 ຕື້​ດົ່ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະຫຼອງ​ໂຄງ​ການ, ທ່ານ ດັ້ງ​ຮູຍ​ເຮົ້າ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​​ນີງ, ຖື​ວ່າ: ນີ້​ແມ່ນ​ເຫດ​ການ​ເປັນ​ໜ້າ​ຈົດ​ຈຳ​ຂອງ​ປະ​ຊາ​ຊົນ​ເມືອງ ເວີ​ນ​ດົນ, ພິ​ເສດ​ແມ່ນ 5 ຕາ​ແສງ. ຄິດ​ວ່າ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ຈະ​ປ່ຽນ​ໃໝ່​ຢ່າງວ່ອງ​ໄວ. ໄຟ​ຟ້າ​ຈະ​ຮັບ​ໃຊ້​ໃຫ້​ການ​ດຳ​ລົງ​ຊີ​ວິດ, ພັດທະ​ນາ​ເສດ​ຖະ​ກິດ​ທະ​ເລ ແລະ ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ເສດ​ຖະ​ກິດ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ​ຈະ​ພັດ​ທະ​ນາ, ເຮັດ​ໃຫ້​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ 5 ຕາ​ແສງ​ເກາະ​ຈະ​ໄດ້​ຮັບ​ກາ​ນ​ຍົກ​ສູງ​ຂຶ້ນ.


ຂ່າວ/ບົດ​ອື່ນ