ແຂວງກວ໋າງນາມຈັດງານວາງສະແດງ“ຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ”
|
(vovworld)- ວັນທີ 27/10, ຢູ່ເມືອງ ນູຍແທ່ງ ແຂວງ ກວ໋າງນາມ ໄດ້ໄຂງານວາງສະແດງ “ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. ງານວາງສະແດງໄດ້ແນະນຳບັນດາເອກະສານໂດຍບັນດາລາຊະວົງໃນສະໄຫມ ສັກດີນາຫວຽດນາມ ປະກາດໃຊ້ ແຕ່ສັດຕະວັດທີ 17- ຕົ້ນສັດຕະວັດທີ 20 ໂດຍຢືນຢັນ: ຫວຽດນາມ ໄດ້ກຳນົດ ແລະປະຕິບັດການເຄື່ອນໄຫວຢັ້ງຢືນອະທິປະໄຕຢ່າງລຽນຕິດສຳລັບ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ໃນນັ້ນເປັນຫນ້າສົນໃຈ ແມ່ນຊຸດເອກະສານການປົກຄອງໃນສະໄຫມລາຊະວົງຫງວຽນ ແລະ ແຜນທີ່ 100 ແຜ່ນ ພ້ອມດ້ວຍ ປື້ມ atlats ທີ່ກ່ຽວຂ້ອງເຖິງບັນຫາອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະດັ່ງກ່າວ. ໃນງານວາງສະແດງນີ້, ມີສິ່ງພິມກວ່າ 100 ສະບັບ ທີ່ພິມຈຳຫນ່າຍຢູ່ບັນດາປະເທດຝ່າຍຕາເວັນຕົກແຕ່ສັດຕະວັດທີ 18 – 19 ມີຂໍ້ມູນຂ່າວສານກ່ຽວຂ້ອງເຖິງ ໝູ່ເກາະຮ່ວາງຊາ -- ເຈື່ອງຊາ ແລະ ອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະດັ່ງກ່າວ. ນີ້ແມ່ນກິດຈະກຳຄົ້ນຄ້ວາ, ປື້ມຕຳລາ, ວັດຈະນານຸກົມສັບພະວິຊາ, ວາລະສານ, ປື້ມບັນທຶກຫວນຄືນຫລັງຂອງບັນດານັກເດີນທະເລ, ນັກທຸກລະກິດ, ນັກເຜີຍແຜ່ສາສະຫນາຝ່າຍຕາເວັນຕົກ.