ການທູບທຽນອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖຳ້ແລ່ນຮ່າ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ຕອນຄຳ່ວັນທີ 3/7, ຢູ່ຖ້ຳແລ່ນຮ່າ, ຕາແສງ ແທງຮ໋ວາ, ເມືອງຕວຽນຮ໋ວາ, ແຂວງ ກວາງບີ່ງ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ໂທລະພາບ ຫວຽດນາມ ແລະ ກອງບັນຊາການຕິດຕໍ່ສື່ສານຈັດຕັ້ງພິທີອາໄລຫາ, ຕອບບຸນແທນຄຸນພະນັກງານ, ນັກຮົບ 13 ຄົນທີ່ເສຍສະຫຼະຊີວິດໃນວັນທີ 2/7/1972 ຢູ່ຖຳ້ ແລ່ນຮ່າ. ກ່າວຄຳເຫັນທີ່ພິທີອາໄລຫາ, ທ່ານ ຫງວຽນຫືວຮ່ວາຍ, ປະທານຄະນະກຳມະການປະຊາຊົນແຂວງ ກວາງບີ່ງ, ຢັ້ງຢືນວ່າ:
“ພິທີອາໄລຫາ, ສະແດງຄວາມຮູ້ບຸນຄຸນໄດ້ຈັດຕັ້ງໃນວັນທີ 3/7 ນັ້ນແມ່ນການສຳນຶກກ່ຽວກັບໄລຍະທີ່ລຳບາກກາກກຳ, ຄວາມອົງອາດກ້າຫານ ແລະ ການເສຍສະຫຼະຊີວິດວິລະຊົນ, ປິດລັບຂອງພະນັກງານ, ນັກຮົບປ້ອມ A69 ໃນຊຸມເດືອນປີສົງຄາມທີ່ດຸເດືອດ, ສະແດງໃຫ້ເຫັນຫຼັກສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນຳ້” ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງອົງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງ ກວາງບີ່ງ ທີ່ມີຕໍ່ບັນດານັກວິລະຊົນ, ລູກສິດຜູ້ດີເດັ່ນຂອງປະເທດຊາດທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເອກະພາບຂອງປະເທດຊາດ.”
ປ້ອມ A69 ຕັ້ງທັບຢູ່ຖ້ຳ ແລ່ນຮ່າ ມີໜ້າທີ່ຮັບປະກັນຂໍ້ມູນຂ່າວສານຈາກ ຮ່າໂນ້ຍ ຮອດເສັ້ນທາງເລກ 9 - ພາກໃຕ້ລາວ. ນີ້ແມ່ນບ່ອນສະສົມອາວຸດ, ທັນຍາຫານ…ເພື່ອຮັບໃຊ້ໃຫ້ແກ່ສະໜາມຮົບພາກໃຕ້.