ແຂວງນິງບິ່ງສຸມໃສ່ຫັນປ່ຽນກົນໄກການຜະລິດ,ນຳໃຊ້ເຕັດໂນໂລຢີເພື່ອພັດທະນາ

ແຂວງນິງບິ່ງສຸມໃສ່ຫັນປ່ຽນກົນໄກການຜະລິດ,ນຳໃຊ້ເຕັດໂນໂລຢີເພື່ອພັດທະນາ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ນິງບີ່ງ
(ພາບ: ໜັງສືພິມ Ninh Bình)

(vovworld) – ວັນ​ທີ 12/8, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​​ໄດ້​ລົງເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ ນິງບິ່ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ໃນ​ບໍລິ​ເວນ​​ແຂວງ, ພິ​ເສດ​ແມ່ນ​ໝາກຜົນ​ຂອງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທິ 11 ຂອງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່ອົງ​ຄະນະ​ພັກ​ແຂວງ​ຄັ້ງ​ທີ 20. ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້ການ​ນຳ​ແຂວງ ນິງບິ່ງ ສຸມ​ໃສ່​ຊີ້​ນຳ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ອຸດສາຫະກຳ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ຫັນປ່ຽນ​ອຸດສາຫະກຳ​ການ​ຜະລິດ, ມຸ່ງ​ໄປ​ເຖິງ​ການ​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ, ດຶງ​ດູດ​​ໂຄງການ​ເຕັກ​ໂນ​ໂລ​ຢີ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ໃນ​ຂົງ​ເຂດ​ນີ້. ສຳລັບ​ຂົງ​ເຂດ​ກະສິກຳ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ແຂວງ​ຄວນ​ເອົາ​ໃຈໃສ່​​ການ ດຸ່ນດຽງ ​ແລະ ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ການຜະລິດ​​ເປັນ​ສິນ​ຄ້າ, ພິ​ເສດ, ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ການ​ເຕີບ​ໂຕ​ດ້ານ​ກະ​ສິກຳ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ປະທານ​ປະ​ເທດ ກໍ່​ຕັກ​ເຕືອນ​ແຂວງ ນິງບິ່ງ ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ກ່ຽວ​ກັບ​ການ​ຄ້າ​ບໍລິການ​ຕິດ​ພັນ​ກັບ​ການທ່ອງທ່ຽວ​​ເປັນ​ຢ່າງ​ດີ.


ຂ່າວ/ບົດ​ອື່ນ