ແຂວງຟູ໋ອຽນຄວນຍູ້ແຮງການເຄື່ອນໄຫວປຶກສາການເມືອງຕິດຕາມກວດກາ

ແຂວງຟູ໋ອຽນຄວນຍູ້ແຮງການເຄື່ອນໄຫວປຶກສາການເມືອງຕິດຕາມກວດກາ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ຟູ໋ອຽນ
(ພາບ: VGP/Từ Lương)

(vovworld) – ​​ໂດ​ຍສືບ​ຕໍ່​ການ​ປະຕິບັດ​ງານ​ຢູ່​ແຂວງ ຟູ໋ອຽນ, ຕອນ​ເຊົ້າ​ວັນ​ທີ 25/8, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ຟູ໋ອຽນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ທຸກ​ຂັ້ນ. ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​​ເຍີນ ຕືລາຄາ​ວ່າ: ​ໄລຍະ​ຜ່ານ​ມາ, ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ຟູ໋ອຽນ ​ໄດ້ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ປະກອບ​ສ່ວນ​ຮັບປະກັນ​ສະຖຽນລະ​ພາບ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແຂວງ ຟູ໋ອຽນ ຄວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ປຶກສາ​ການ​ເມືອງຕິດຕາມ​ກວດກາ​, ບັນດາ​ຂະ​ບວນການ​ຕ້ອງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ຍູ້​ແຮງ​ວຽກ​ງານ​ສ້າງ​ບັນດາ​ເຂດ​ຊຸມ​ຊົນ​ວັດທະນະທຳ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ​ເພື່ອ​ກາຍ​ເປັນ​ກຳລັງ​ລັດຖະກອນ​ມີຄຸນ​ນະພາ​ບສູງ. ທ່ານ ຫງວຽນ​ທ້ຽນ​ເຍີນ, ​ເນັ້ນ​ໜັກ​ວ່າ:

    “ບໍ່​ພຽງ​ແຕ່​ບັນດາ​ອົງການ​ຈັດ​ຕັ້ງ​​ແນະນຳ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ​ເທົ່າ​ນັ້ນ ຫາກ​ຍັງ​ສະມາຊິກ​ພັກ​ກໍ່​ຕ້ອງ​ແນະນຳ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາ​ບ​ເພື່ອ​ມີ​ການ​ຄົບ​ຊຸດ, ​ແມ່ນ​ທົ່ວ​ລະບົບ​ການ​ເມືອງຕ້ອງ​ແນະນຳ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ. ຫວັງ​ວ່າ​ບັນດາ​ສະ​ຫາຍ​ຄິດ​ເບິ່ງ​ວ່າ, ຊາວ​ໜຸ່ມ, ​ແມ່ຍິງ, ອະ​ດິດນັກຮົບ, ຊາວ​ກະສິກອນ​​ເຮັດ​ຫຍັງ, ​ເພື່ອ​ເບິ່ງ​ແຍງເລື່ອງ​ຮຳ່ຮຽນ, ​​ເອົາ​ໃຈ​ໃສ່​ເຖິງ​ການ​ຫາ​ວຽກ​ເຮັດ​ງານ​ທຳ, ບັນດາ​ຜູ້​ມີ​ຄວາມ​​ເກັ່ງ​ກ້າ​ສາມາດ. ​ແລະ ສ້າງ​ຕັ້ງ​ກຳລັງ​ວິທະຍາສາດ​ມີ​ຄຸນ​ນະພາ​ບສູງ​ໃຫ້​ທ້ອງ​ຖີ່​ນ ຟູ໋ອຽນ”

 



ຂ່າວ/ບົດ​ອື່ນ