(ກຸງເກົ່າເຫວ)
(vovworld) – ວັນທີ 22/04, ສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫວ, ແຂວງ ເທື່ອທຽນເຫວ ແລະ ຫ້ອງການມໍລະດົກໂລກຫຼວງພະບາງໄດ້ລົງນານໃນບົດບັນທຶກຊ່ວຍຈຳ “ແລກປ່ຽນການຮ່ວມມືໃນຂົງເຂດຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ”. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າຫ້ອງການ, ສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫວ ໃຫ້ຮູ້ວ່າ, 2 ຝ່າຍຈະພ້ອມກັນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງນະຄອນເຫວ ແລະ ແຂວງຫຼວງພະບາງ. ທ່ານກ່າວວ່າ.
“ເປົ້າໝາຍຂອງໂຄງການນີ້ແມ່ນເພື່ອແລກປ່ຽນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນວຽກງານຄຸ້ມຄອງເຂດມໍລະດົກ 2 ແຫ່ງ. ພິເສດແມ່ນກ່ຽວກັບບັນດາໂຄງການແລກປ່ຽນບຳລຸງສ້າງ, ເປີດຊຸດອົບຮົມຕ່າງໆ ທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ ແລະ ອະນຸລັກຮັກສາ. ພ້ອມກັນນັ້ນ 2 ຝ່າຍກໍມີໂຄງການຮ່ວມມືກ່ຽວກັບການຄົ້ນຄວ້າປະຫວັດສາດ, ຄົ້ນຄວ້າເພື່ອພັດທະນາບັນດາຄຸນຄ່າມໍລະດົກ ແລະ ເພື່ອພັດທະນາການທ່ອງທ່ຽວ”.