ແຄ໋ງຮ່ວາ ເບີດສາຍ ການບິນໂດຍກົງດຶງດູດນັກທ່ອງທ່ຽວລັດເຊຍ

ແຄ໋ງຮ່ວາ ເບີດສາຍ ການບິນໂດຍກົງດຶງດູດນັກທ່ອງທ່ຽວລັດເຊຍ - ảnh 1
(ພາບປະກອບ)

(vovworld) – ​​ແຕ່​ຕົ້ນ​ປີ 2015, ສະໜາມ​ບິນ​ສາກົນ ກາມ​ແຣງ, ​ແຂວງ​ແຄ໋ງຮ່ວາ ຕ້ອນຮັບ​ບັນດາ​ຖ້ຽວບິນມາຈາກ​ມົດສກູ, ສະຫະພັນ​ລັດ​ເຊ​ຍ, ນຳ​ສົ່ງນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ, ບຳລຸງ​ສຸຂະພາບ​ຢູ່​ນະ​ຄອນ ຍາຈາງ, ​ແຂວງ​ແຄ໋ງຮ່ວາ ດ້ວຍ 5 ວັນ/1 ຖ້ຽວ. ນີ້​ແມ່ນ​ບັນດາ​ຖ້ຽວບິນ​ໂດຍ​ບໍລິສັດ​ການ​ຄ້າ​ທ່ອງ​ທ່ຽວ Anex ຢູ່​ນະຄອນ ຍາ​ຈາງ​ເຊົ່າ. ຖ້ຽວ​ບິນ​ທຳ​ອິດ​ໄດ້​ບິນ​ຮອດ​ສະໜາມ​ບິນ​ສາກົນ ກາມ​ແຣງ ​ໃນ​ວັນ​ທີ 01/02 ນຳ​ສົ່ງນັກ​ທ່ອງ​ທ່ຽວລັດ​ເຊຍ 336 ຄົນ. ​ໃນ​ປີ 2014, ​ແຂວງ​ແຄ໋ງຮ່ວາ ສືບ​ຕໍ່​ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ຕະຫຼາດ​ລັດ​ເຊຍ ດ້ວຍ​ນັກ​ທ່ອງ​ທ່ຽວ​ເກືອບ 270.000 ​ເທື່ອ​ຄົນ, ກວມ​ເອົາ ¼ ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ທ​້ອງຖິ່ນ​ດັ່ງ​ກ່າວ, ​ເພີ່ມ​ຂຶ້ນ​ ½ ​ເມື່ອ​ທຽບ​ໃສ່ປີ 2013. ​ເລື່ອງ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ຈາກ​ມົດສກູ ​ເຖິງ​ແຂວງ​ແຄ໋ງຮ່ວາ ​ແມ່ນ​ເພື່ອ​ແນ​ໃສ່​ຮັກສາ​ລະ​ດັບ​ເຕີບ​ໂຕ​ຈຳນວນ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ທີ່ມາ​ທ່​ອງທ່ຽວ​ຢູ່​ທ້ອງ​ຖິ່ນ. ຄາດ​ວ່າ, ​ເມື່ອ​ເປີດ​ສາຍ​ການບິນ​ດັ່ງກ່າວ, ​ແຄ໋ງຮ່ວາ ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕື່ມ​ອີກ 2.000 ​ເທື່ອຄົນ​/​ເດືອນ.

ຂ່າວ/ບົດ​ອື່ນ