ແຄ໋ງຮ່ວາຕ້ອນຮັບກໍ່າປັ່ນ ທ່ອງທ່ຽວສາກົນ 2 ລຳທຳອິດໃນປີ 2015

ແຄ໋ງຮ່ວາຕ້ອນຮັບກໍ່າປັ່ນ ທ່ອງທ່ຽວສາກົນ 2 ລຳທຳອິດໃນປີ 2015 - ảnh 1
ກໍ່າ​ປັ່ນ Volendam
(ພາບ: TTXVN)


(vovworld) – ວັນ​ທີ 13/01, ​ແຂວງ​ແຄ໋ງຮ່ວາ ​ໄດ້​ຕ້ອນຮັບ​ກໍ່າປັນ​ທ່ອງ​ທ່ຽວ​ສາກົນ 2 ລຳ​ທຳ​ອິດ​​ໃນ​ປີ 2015 ດ້ວຍ​ນັກ​ທ່ອງ​ທ່ຽວ​ນັບ​ຮ້ອຍ​ຄົນ​ທີ່​ມາ​ຈາກ​ເອີ​ລົບ. ​ນັ້ນ​ແມ່ນກໍ່າ​ປັ່ນ Star Pirde, ສັນຊາດ Panama ​ແລະ ກໍ່າ​ປັ່ນ Volendam, ສັນຊາດ​ໂຮ​ນລັງ. ນັກ​ທ່ອງ​ທ່ຽວ​ຂອງ 2 ກໍ່າ​ປັ່ນ​ດັ່ງກ່າວ​ຈະ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ໄລຍະ​ສັ້ນ ຢ້ຽມຊົມ​ທິວ​ທັດ​ເຂດ​ບ້ານ​ນາ, ​ຢ້ຽມ​ຊົມ​ບັນດາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ນະຄອນ​ຄື: ຮ່ອນ​ຈົ່ງ (ຫາດ​ໄກ່ຜູ້), ທາດ ບ່າ Ponagar, ຮັບ​ປະທານອາຫານ​ ​ແລະ ຮຽນວິທີປຸງ​ແຕ່ງ​ອາຫານ​ຢູ່​ຮ້ານ​ອາຫານ Champa Island Nha Trang… ຕາມ​ແຜນການ, ວັນ​ທີ 14/01, ກໍ່າ​ປັ່ນ Volendam ​ຈະ​ພາ​ນັກ​ທ່ອງ​ທ່ຽວ​​ໄປຢ້ຽມຢາມ​ນະຄອນ​ດ່າ​ນັ້ງ, ກໍ່າ​ປັ່ນ Star Pirde ຈະ​ໄປ​ຢ້ຽມຢາມນະຄອນ​ໂຮ່ຈິ​ມິນ.

        ປີ 2014, ຂະ​ແໜງ​ທ່ອງ​ທ່ຽວ​ແຂວງ​ແຄ໋ງຮ່ວາ ​ໄດ້​ຕ້ອນຮັບ​ກໍ່າ​ປັ່ນ​ທ່ອງ​ທ່ຽວ​ສາກົນ​ 35 ​ຄັ້ງ, ດ້ວຍ​ນັກ​ທ່ອ​ງທ່ຽວ​ກວ່າ 30.000 ​ເທື່ອ​ຄົນເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທາງບົກ.

ຂ່າວ/ບົດ​ອື່ນ