ແງ່ຫວັງຫຼາຍຢ່າງໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດແລະການສຶກສາຫວຽດນາມ-ອາເມລິກາ
(ພາບປະກອບ)
(vovworld) – ວັນທີ 14/01, ຢູ່ນະຄອນໂຮ່ຈິມິນ, ສູນຄົ້ນຄວ້າຍຸດທະສາດ ແລະ ພັດທະນາການພົວພັນສາກົນຫວຽດນາມ ແລະ ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນອາເມລິກາ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “20 ປີແຫ່ງການພົວພັນລະຫວ່າງຫວຽດນາມ - ອາເມລິກາ: ແງ່ຫວັງຮ່ວມມືດ້ານເສດຖະກິດ, ການສຶກສາ ແລະ ພາຍຫຼັງເຊັນສັນຍາ TPP”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເລກວາງລອງ, ຮອງຫົວໜ້າພະແນກພົວພັນຕ່າງປະເທດ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ປະຈຸບັນ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ, ພິເສດແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການສຶກສາ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດທີ່ໃຫຍ່ຫຼວງ. ນີ້ແມ່ນບັນດາກຳລັງໜູນສຳຄັນເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງມີີປະສິດທິຜົນ ແລະ ແທດຈິງກວ່າ.
ສວ່ນທ່ານ Ted Osius, ເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ ຫວັງວ່າ, ດ້ວຍພື້ນຖານໄລຍະ 20 ປີຜ່ານມາ, ເມື່ອສິ້ນສຸດການເຊັ່ນສັນຍາ TPP ຈະຊ່ວຍປັບປຸງການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ ແລະ ການສຶກສາ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໄຈ້ແຍກບັນດາຜົນງານ, ບົດຮຽນ ແລະ ຄວາມມານະພະຍາຍາມໃນການກໍ່ສ້າງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດໃນໄລຍະ 20 ປີຜ່ານມາ, ຍົກອອກບັນດາມາດຕະການແກ້ໄຂເພື່ອເພີ່ມທະວີການພົວພັນຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.