ແຈ້ງການຂອງກອງະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 ວັນສຸກ ທີ 19 ຕຸລາ ຄ.ສ. 2012 | 14:10:14 (ພາບ:baohaiquan.vn) (TTXVN)- ຕອນເຊົ້າວັນທີ 18/10, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນວາລະອັດກອງປະຊຸມ ແລະ ອອກແຈ້ງການ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2012; ທິດທາງ, ໜ້າທີ່ ແລະ ແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ ແລະ ການຈັດແບງງົບປະມານສູນກາງປີ 2013. ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ເພີ່ມເຕີມ, ໃບຍື່ນສະເໜີ ແລະ ຮ່າງມະຕິການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຄະນະຮຽບຮຽງປັບປຸງລັດຖະທຳມະນູນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 4. ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 3 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4, ຊື່ງລວມມີ: ກົດໝາຍວ່າດ້ວຍນະຄອນຫຼວງ, ກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ. ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບໃບຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບມະຕິວ່າດ້ວຍຂັ້ນຕອນ, ລະບຽບການ, ວິທີການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ. ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບໃບຍື່ນສະເໜີ ແລະ ຮ່າງມະຕິເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 4 ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິຮູບ, ປ່ຽນແປງໃໝ່ຈຳນວນໜຶ່ງ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ; ພອ້ມທັງຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍປະກາດໃຊ້ໃນປະຈຸບັນເປັນລະອຽດ, ປະກອບສ່ວນນຳບັນດາຂໍ້ກຳນົດນີ້ເຂົ້າສູ່ຊີວິດຕົວຈິງ. Tag ແຈ້ງການ ຮ່າງກົດໝາຍ ຂ່າວ/ບົດອື່ນ ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຝິກ ເຂົ້າຮ່ວມພິທີໄຂ CAEXPO ແລະ CABIS ຄັ່ງທີ 21 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະສອງຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວຕີລາຄາສູງການເສຍສະຫຼະຊີວິດອັນຍິ່ງໃຫຍ່ຂອງ ອະດີດນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ພິທີເຄື່ອນພົນເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະສອງຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ
ທ່ານເລຂາທິການໃຫຍ່ ປະທານປະເທດ ລາວຕີລາຄາສູງການເສຍສະຫຼະຊີວິດອັນຍິ່ງໃຫຍ່ຂອງ ອະດີດນັກຮົບອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ