ແຈ້ງການຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການປະຕິບັດສິດດຳລົງຕຳແໜ່ງປະທານປະເທດ

(VOVWORLD) -ວັນທີ 23 ກັນຍາ, ໂດຍຕາງໜ້າຄະນະປະຈຳສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຊັນແຈ້ງການຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 ກ່ຽວກັບການປະຕິບັດການດຳລົງຕຳແໜ່ງຜູ້ຮັກສາການເປັນປະທານປະເທດ ສຳລັບທ່ານນາງ ດັ້ງທິງອັກທິ້ງ.
ແຈ້ງການຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການປະຕິບັດສິດດຳລົງຕຳແໜ່ງປະທານປະເທດ - ảnh 1 (ທ່ານນາງ ດັ້ງທິງອັກທິ້ງ)

ຕາມແຈ້ງການແລ້ວ, ໂດຍອີງໃສ່ລັດຖະທຳມະນູນປະເທດ ສສ.ຫວຽດນາມ; ອີງໃສ່ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ເລກທີ 57/2017/ສຊ13; ອີງໃສ່ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການຈັດແບ່ງວຽກງານກຳມະການສູນກາງພັກ ຮັກສາການປະທານປະເທດແຫ່ງສສ.ຫວຽດນາມ: ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ ເປັນຜູ້ຮັກສາການປະທານປະເທດສສ.ຫວຽດນາມ ຮອດເວລາສະພາແຫ່ງຊາດເລືອກຕັ້ງປະທານປະເທດຄົນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ