(vovworld) - ວັນທີ 12/9, ພາຍຫຼັງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ກັບ ທ່ານນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກເຄື່ອນໄຫວເພື່ອປະຊາຊົນສິງກະໂປ ຫຼີຊຽນຫຼົງ, ແຕ່ວັນທີ 12 – 14/9. ຖະແຫຼງການໄດ້ຊີ້ແຈ້ງວ່າ, ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ຮັບຮູ້ການພົວພັນສອງຝ່າຍອັນດີງາມລະຫວ່າງສອງປະເທດ ແລະ ຢືນຢັນຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມື, ຮ່ວມມືສອງຝ່າຍ ແລະ ເພື່ອຜົນປະໂຫຍດຂອງອາຊຽນຄືນໃໝ່. ໂດຍເຫັນໄດ້ວ່າການພົວພັນມີຄວາມອົບອຸ່ນ ແລະ ດີງາມ, ການນຳທັງສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ແລະ ສິງກະໂປ ຈະລົງນາມສັນຍາກ່ຽວກັບຄູ່ຮ່ວມມືຍຸດທະສາດໃນປີ 2013, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ສິງກະໂປ. ສັນຍາຄູ່ຮ່ວມມືຍຸດທະສາດນີ້ ຈະຍົກສູງບັນດາການພົວພັນທີ່ມີຢູ່ແລ້ວລະຫວ່າງຫວຽດນາມ ແລະ ສິງກະໂປ, ພ້ອມກັນນັ້ນໄດ້ເປີດທິດທາງຮ່ວມມືໃໝ່ໃນທຸກໆຂົງເຂດ. ການນຳສອງທ່ານໄດ້ຢືນຢັນຄວາມສຳຄັນຂອງສັນຍາແມ່ເຊື່ອມຕໍ່ເຮັດໃຫ້ການຮ່ວມມືເສດຖະກິດສອງຝ່າຍເລິກເຊິ່ງກວ່າ. ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ມີການແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ, ປຶກສາຫາລືກ່ຽວກັບການຜັນແປໃນໄລຍະມໍ່ໆມານີ້ຢູ່ເຂດອາຊີຕາເວັນອອກສຽງໃຕ້ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາປະສານສົມທົບກັນຜັນຂະຫຍາຍບັນດາຂໍ້ລິເລີ່ມປັບປຸງອາຊຽນ ຄືດັ່ງກຳລັງໜູນຕົ້ນຕໍໃນໂຄງປະກອບຂອງພາກພື້ນທີ່ພວມພັດທະນາ. ການນຳສອງທ່ານກໍແລກປ່ຽນກ່ຽວກັບບັນດາການຜັນແປຢູ່ທະເລຕາເວັນອອກ ແລະ ເຫັນດີເປັນເອກະພາບໂດຍຖືວ່າ ສະພາບໃນການມໍ່ໆມານີ້ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ການນຳສອງທ່ານປາດຖະໜາວ່າ ບັນດາການປຶກສາຫາລືລະຫວ່າງອາຊຽນ ແລະ ຈີນ ກ່ຽວກັບປະມວນລະບຽບການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ຈະເລີ່ມເຄື່ອນໄຫວໃນຈຸດເວລາໄວສຸດ. ຄຽງຂ້າງນັ້ນ, ການນຳສອງທ່ານໄດ້ເຫັນດີສົມທົບກັນໃນເລື່ອງຊຸກຍູ້ບັນດາຂໍ້ລິເລີ່ມພາກພື້ນຄື ສັນຍາຄູ່ຮ່ວມມືເຂດປາຊີຝິກຢ່າງແໜ້ນແຟ້ນ. ການນຳສອງທ່ານໄດ້ເຫັນປະຈັກຕາພິທີລົງນາມໃນບົດບັນຖືກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການເງິນ, ອານຸສັນຍາສະບັບປັບປຸງຄັ້ງທີ 2 ກ່ຽວກັບການຫຼີິກລ້ຽງການເກັບພາສີຊ້ອນ ແລະ ຂ້ໍຕົກລົງກ່ຽວກັບໂຄງການຄົ້ນຄວ້າ ແລະ ໂຄງການບຳລຸງສ້າງຫົວເລື່ອງສະເພາະໃຫ້ພະນັກງານຂັ້ນສູງຂອງພັກກອມມູນິດຫວຽດນາມ.