( vovworld ) – ຕອນບ່າຍວັນທີ 29/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ Truong Tan Sang ໄດ້ມອບຂໍ້ຕົກລົງໃຫ້ບັນດາພະນັກງານທີ່ປະຕິບັດວຽກງານການທູດເຊິ່ງໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ແລະ ຫົວໜ້າສະຖານກົງສູນຫວຽດນາມ ປະຈຳຕ່າງປະເທດ. ໃນຈຳນວນພະນັກງານ 25 ທ່ານທີ່ໄດ້ຮັບຂໍ້ຕົກລົງຄັ້ງນີ້ລວມມີ 19 ທ່ານແມ່ນຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມປະຈຳຕ່າງປະເທດ.
ທ່ານປະທານປະເທດໄດ້ເອົາໃຈໃສ່ວ່າ ຫວຽດນາມ ສືບຕໍ່ເປີດກວ້າງການພົວພັນມືກັບບັນດາປະເທດໃນໂລກ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າກົງສູນຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໂດຍສະເພາະແມ່ນບັນດາເອກອັກຄະລັດຖະທູດຮັບຜິດຊອບໜ້າທີ່ການທູດຢູ່ຫຼາຍປະເທດ ບໍ່ພຽງແຕ່ຮັກສາການພົວພັນເທົ່ານັ້ນ ຫາກຍັງຊຸກຍູ້ສາຍພົວພັນນີ້ຢ່າງແຮງ, ເລິກເຊິ່ງ ແລະ ອຸດົມສົມບຸນກວ່າອີກ, ເພື່ອຜົນປະໂຫຍດລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມື, ຮັບໃຊ້ບັນດາເປົ້າໝາຍຄວາມໝັ້ນຄົງ, ການພັດທະນາ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດຢ່າງມີປະສິດທິຜົນ.