ແທງຮ໋ວາພ້ອມແລ້ວຈະໄຂສັບປະດາເປີດສາກປີທ່ອງທ່ຽວແຫ່ງຊາດ 2015

ແທງຮ໋ວາພ້ອມແລ້ວຈະໄຂສັບປະດາເປີດສາກປີທ່ອງທ່ຽວແຫ່ງຊາດ 2015 - ảnh 1
(ພາບປະກອບ)

(vovworld) – “​ສັບປະດາເປີດສາກປີທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ” ຈະ​ໄດ້​ດຳ​ເນີນ​ຢູ່​​ແຂວງ ​ແທງ​ຮ໋ວາ ​ໃນ​ລະຫວ່າງ​ວັນ​ທີ 3-10/4. ປະຈຸ​ບັນ​ແຂວງ ​ແທງ​ຮ໋ວາ ພວມ​ຕັ້ງໜ້າ​ປະຕິບັດ​ສຳ​ເລັດ​ບັນດາ​ວຽກ​ງານ​ສຸດ​ທ້າຍ ​ເພື່ອ​ຮັບປະກັນ​ບັນດາ​ເງື່ອນ​ໄຂດີ​ທີ່ສຸດໃຫ້ການ​ຈັດ​ຕັ້ງບັນດາ​ເຫດການ​ຂອງ​ປີ​ທ່ອງ​ທ່ຽວ​ໄດ້​ປະສົບ​ຜົນສຳ​ເລັດ. ຕາມ​ນັ້ນ​ແລ້ວ, ພິທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ຈະ​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 3/4, ຢູ່​ນະຄອນ ​ແທງ​ຮ໋ວາ. ​ໃນ​ຂອບ​ເຂດ​ສັບປະດາຍັງຈະ​ດຳ​ເນີນ​ຫຼາຍ​ເຫດການ​ທີ່​ເປັນ​ເອກະລັກ​ສະ​ເພາະຄື: ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ໄຊຊະນະ ຮ່າມຣົ່ງ; ພິທີ​ປະກາດລາຍການທ່ອງ​ທ່ຽວ “ລ່ອງ​​ຕາມແມ່​ນ້ຳ ມ້າ ”; ງານ​ມະ​ໂຫລານ​ບັນດາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ ຫວຽດນາມ ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ UNESCO…

ຂ່າວ/ບົດ​ອື່ນ