“ແທນໃຫ້ຄຳເວົ້າສະແດງຄວາມຮູ້ບຸນຄຸນ” - ເລື່ອງລາວສົ່ງແຫຼ່ງບັນດານໃຈກ່ຽວກັບຜູ້ເປັນຄູ
(VOVWORLD) - ຕອນຄໍ່າວັນທີ 14 ພະຈິກ, ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ສົມທົບກັບ ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງລາຍການຖ່າຍທອດສົດ “ແທນໃຫ້ຄຳເວົ້າສະແດງຄວາມຮູ້ບຸນຄຸນ” ດ້ວຍຫົວຂໍ້ “ກ້າເບ້ຍອ່ອນ”, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຫວຽດນາມ ຄືວັນທີ 20 ພະຈິກ.
ການແລກປ່ຽນ, ໂອ້ລົມກັບຄູອາຈານໃນລາຍການ (ພາບ: TTXVN) |
ນີ້ແມ່ນລາຍການທີ່ຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ຮັບຮູ້ ແລະ ເຊີດຊູຄູອາຈານຢູ່ທຸກແຖບຖິ່ນຂອງປະເທດຊາດ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຂະແໜງການສຶກສາຂອງປະເທດຊາດ.
ໃນລາຍການ “ແທນໃຫ້ຄຳເວົ້າສະແດງຄວາມຮູ້ບຸນຄຸນ” ປີນີ້, ມີຫຼາຍເນື້ອໃນຕິດພັນກັບການສຶກສາໃນສະພາບການພິເສດ ເມື່ອຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ. ພ້ອມດຽວກັນນັ້ນ ແມ່ນຮູບພາບ, ເລື່ອງລາວທີ່ສົ່ງແຫຼ່ງບັນດານໃຈ ແລະ ໜ້າເຄົາລົບນັບຖືກ່ຽວກັບຜູ້ເປັນຄູ ທີ່ຍາມໃດກໍສຸດຈິດສຸດໃຈຕໍ່ພາລະກິດການສຶກສາ, ເພື່ອນັກຮຽນ, ນັກສຶກສາຂອງຕົນ.