ແນະນຳສິນຄ້າຫວຽດ ນາມຢູ່ເມຊິກໂກ ແລະ ສີລັງກາ
ຮ້ານສິນຄ້າຫວຽດນາມຢູ່ງານຕະຫຼາດນັດຄັ້ງໜຶ່ງ
(ພາບ: Vietnam+)
(vovworld)- ບັນດາຮ້ານວາງສະແດງສິນຄ້າຫວຽດນາມ, ສ່ວນຫຼາຍແມ່ນເຄື່ອງ ສິລະປະຫັດຖະກຳ, ເຄື່ອງຕຳແຜ່ນຕັດຫຍີບ, ຜະລິດຕະພັນວັດທະນະທຳ…ຢູ່ “ງານຕະຫຼາດນັດບັນດາພື້ນຖານວັດທະນະທຳເພື່ອນມິດ“ ຄັ້ງທີ 6 ຢູ່ເມຊິກໂກ ໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວ. ງານຕະຫຼາດນັດໄດ້ຈັດຂຶ້ນຢູ່ນະຄອນ ຫຼວງເມຊິກໂກ ຊີຕີ ໂດຍມີການເຂົ້າຂອງ 87 ປະເທດໃນໂລກ.
ໃນຂະນະນັ້ນ, ແຕ່ວັນທີ 16-18/5, ສະຖານທູດຫວຽດນາມ ປະຈຳສີລັງກາ ສົມທົບກັບຫ້ອງການການຄ້າແຫ່ງຊາດສີລັງກາ ໄດ້ຈັດງານຕະຫຼາດນັດອຸດສາຫະກຳການຄ້າສາກົນ ຢູ່ນະຄອນຫຼວງ ໂກລົມໂບ, ຮ້ານສິນຄ້າຂອງຫວຽດນາມ ໄດ້ວາງສະແດງບັນດາຮູບພາບທີ່ສວຍງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ, ແນະນຳສິນຄ້າປະເພດເຄື່ອງຂັດມັນ, ເຄື່ອງທີ່ລະນຶກ, ພ້ອມທັງພິມຈຳໜ່າຍບັນດາເອກະສານໂຄສະນາກ່ຽວກັບເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວຫວຽດນາມ. ບັນດາຮ້ານສິນຄ້າຂອງຫວຽດນາມ ໄດ້ດຶງດູດການການເຂົ້າຮ່ວມຂອງແຂກມາຢ້ຽມຊົມ ແລະ ຜູ້ໃຊ້ສອຍສີລັງກາ ເປັນຈຳນວນຫຼວງຫຼາຍ./.