ແນະນຳເຄືອຂ່າຍສື່ສານແລະໂທລະພາບຫວຽດນາມຢູ່ມາເລເຊຍ

ແນະນຳເຄືອຂ່າຍສື່ສານແລະໂທລະພາບຫວຽດນາມຢູ່ມາເລເຊຍ - ảnh 1
ຮ້ານ​ວາງ​ສ​ະ​ແດງ​ຂອງ​ຫວຽດ​ນາມ​
ພາບ:TTXVN

(vovworl)-​ແຕ່​ວັນ​ທີ 27-29/8, ງານ​ວາງ​ສະ​ແດງ “ເຕົ້າ​ໂຮມ​ຢູ່ ກົວ​ລາ​ລຳ​ເປ​ຮ 2015” KL Converge 2015 ດຳ​ເນີນ​ໄປ​ຢູ່​ສູນກອງ​ປະ​ຊຸມ ກົວ​ລາ​ລຳ​ເປີ ໄດ້​ດຶງ​ດູ​ດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ສື່​ສານ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ຄື: ຈີນ, ຍີ່​ປຸ່ນ ແລະ ສ​ເກົາ​ຫລີ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ແທ່ງ​ຮຶງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ນຳ​ຫນ້າ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ ແລະ ບັນ​ດາ​ເຫດ​ການ​ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ. ທີ່​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ມີ​ຮ້ານ​ວາງ​ສະ​ແດງກວ່າ 100 ຮ້ານ ຂອງ​ບັນ​ດາ​ປະ​ເທດ ໄດ້​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ, ບໍ​ລິ​ການ​ກ່ຽວ​ຂ້ອງ​ເຖິງ​ດ້ານ​ສື່​ສານ​ຫລາຍ​ຮູບ​​ແບບ, ຮູບ​ເງົາ, ໂທ​ລະ​ພາບ, ດົນ​ຕີ….. ບັນ​ດາ​ຫົວ​ຫນ່ວຍ​ຂອງ​ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ລວມ​ມີ: ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໂທ​ລະ​ພາບ​ຫວຽດ​ນາມ, ກຸ່ມ​ບໍ​ລິ​ສັດ VNPT, ບໍ​ລິ​ສັດ​ໃຫຍ່​ໂທ​ລະ​ຄົມ​ມະ​ນາ​ຄົມ Mobifone… ເພື່ອ​ພົບ​ປະ​ແລກ​ປ່ຽນ ແນະ​ນຳ ແລະ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ.

ຂ່າວ/ບົດ​ອື່ນ