ແບ່ງປັນບົດຮຽນ ກ່ຽວກັບການສຶກສາເປີດ ໃນການພັດທະນາຊັບພະຍາກອນມະນຸດ ຢູ່ ອາຊີ

(VOVWORLD) -ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ ເຊິ່ງເປັນບັນດາຜູ້ຄຸ້ມຄອງ, ນັກວິທະຍາສາດ ທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນ ໃນ 5 ທະວີບ. 

ແບ່ງປັນບົດຮຽນ ກ່ຽວກັບການສຶກສາເປີດ ໃນການພັດທະນາຊັບພະຍາກອນມະນຸດ ຢູ່ ອາຊີ - ảnh 1 ກອງປະຊຸມປະຈໍາປີ ສະຫະປະຊາຄົມບັນດາມະຫາວິທະຍາໄລເປີດອາຊີ ປີ 2018 (ພາບ: dantri.com.vn)

“ການສຶກສາເປີດໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດ ອາຊີ ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ” ແມ່ນຫົວຂໍ້ຂອງກອງປະຊຸມປະຈໍາປີ ສະຫະປະຊາຄົມບັນດາມະຫາວິທະຍາໄລເປີດອາຊີ (Asian Association of Open Universities) ປີ 2018, ໂດຍຖືກໄຂຂຶ້ນໃນຕອນເຊົ້າວັນທີ 24 ຕຸລາ ຢູ່ຮ່າໂນ້ຍ. ກອງປະຊຸມຄັ້ງນີ້ ມີການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ ເຊິ່ງເປັນບັນດາຜູ້ຄຸ້ມຄອງ, ນັກວິທະຍາສາດ ທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນ ໃນ 5 ທະວີບ.   

        ກອງປະຊຸມ ແມ່ນເວທີປາໄສເພື່ອໃຫ້ບັນດານັກວິທະຍາສາດ, ຜູ້ຄຸ້ມຄອງ ປຶຶກສາຫາລືກ່ຽວກັບວິຊາການສຶກສາ, ເຕັກໂນໂລຢີ ແລະ ປະສົບການໃນຂົງເຂດການສຶກສາເປີດ ແລະ ສຶກສາທາງໄກ. ມີບົດລາຍງານຈໍານວນ 270 ບົດ ໄດ້ສົ່ງເຖິງຄະນະຈັດຕັ້ງກອງປະຊຸມ ອັນໄດ້ປະກອບສ່ວນເຂົ້າໃນການຢັ້ງຢືນບົດບາດຂອງການສຶກສາເປີດ ສໍາລັບການພັດທະນາເສດຖະກິດ, ສັງຄົມຂອງບັນດາປະເທດໃນພາກພື້ນ; ແບ່ງປັນຜົນງານການຄົ້ນຄວ້າ ແລະ ບົດຮຽນຕົວຈິງ ກ່ຽວກັບບົດບາດຂອງການສຶກສາເປີດ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃໝ່ຂອງ ອາຊີ ໃນໄລຍະເຊື່ອມໂຍງ. ກອງປະຊຸມໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງບັນດາຮາກຖານການສຶກສາເປີດ ແລະ ການສຶກສາທາງໄກ, ພ້ອມກັນນັ້ນ ກໍເປີດກວ້າງການຮ່ວມມືລະຫວ່າງບັນດາຮາກຖານການສຶກສາເປີດ ແລະ ການສຶກສາຈາກທາງໄກ ໃນພາກພື້ນ ແລະທົ່ວໂລກ.

        ກອງປະຊຸມປະຈໍາປີ ສະຫະປະຊາຄົມບັນດາມະຫາວິທະຍາໄລ ອາຊີ ໄດ້ດໍາເນີນຢູ່ຮ່າໂນ້ຍ ຮອດວັນທີ 26 ຕຸລາ ຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ