ແບບຊິກ ຖືຫວຽດນນາມ ແມ່ນຄູ່ຮ່ວມມືໃຫ້ບຸລິມະສິດດ້ານເສດຖະກິດຢູ່ອາຊີ

ແບບຊິກ ຖືຫວຽດນນາມ ແມ່ນຄູ່ຮ່ວມມືໃຫ້ບຸລິມະສິດດ້ານເສດຖະກິດຢູ່ອາຊີ - ảnh 1
ພິທີລົງ​ນາມ​ໃນ​ສັນຍາລະຫວ່າງ ລັດຖະບານປະ​ເທດ ສສ ຫວຽດນາມ
​ແລະ ລັດຖະບານລາຊະ​ອານາຈັກ​ແບນ​ຊິກ
(ພາບ: TTXVN)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ເສດຖະກິດ, ບໍລິ​ໂພ​ກ ​ແລະ ທະ​ເລ​ເໜືອ​ແຫ່ງ​ລາຊະ​ອານາຈັກ​ແບນ​ຊິກ Johan Vande Lantte, ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 18 – 22/01. ທີ່​ການ​ພົບ​ປະເຈລະຈາ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 20/01, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ Johan Vande Lantte ຢືນຢັນ​ວ່າ ລັດຖະບານ​ແບນ​ຊິກ ປາດ​ຖະໜາ ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຕີ​ລາຄາ​ສູງ​ເລື່ອງ​​ແບນ​ຊິກ ສືບ​ຕໍ່​ສະໜອງ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ບົນ​ພື້ນຖານ​ເສີມ​ຂະຫຍາຍທ່າ​ແຮງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ແຕ່ລະ​ປະ​ເທດ, ​ໂດ​ຍສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ໃຫ້​ບຸລິມະສິດ​ຄື ຄົມມະນາຄົມ​ຂົນສົ່ງ, ພັດທະນາ​ທ່າກໍ່າ​ປັ່ນ, ສິ່ງ​ແວດ​ລ້ອມ.... ​ເພີ່ມ​ທະວີ​ການສົມທົບ​ກັນລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ 2 ປະ​ເທດ​ໃນ​ຂອບ​ເຂດ​ບັນດາ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຮ່ວມມື​ພັດທະນາ​, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.

        ພາຍຫຼັງ​ການພົບ​ປະ​ເຈລະຈາ,  2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາລະຫວ່າງ ລັດຖະບານປະ​ເທດ ສສ ຫວຽດນາມ ​ແລະ ລັດຖະບານລາຊະ​ອານາຈັກ​ແບນ​ຊິກ.

ຂ່າວ/ບົດ​ອື່ນ