ແຜ່ບໍລິຈາກເງິນກ່ວາ10ຕື້ດົ່ງເພື່ອຊ່ວຍຜູ້ທຸກຍາກຕ້ອນຮັບບຸນເຕັດ
ທ່າານາງຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມລາຍການ
(ພາບ: nhandan.com.vn)
|
(vovworld) – ຕອນຄຳ່ວັນທີ 17/1, ຄະນະພັກແຂວງ ຮ່ານາມ ສົມທົບກັບຄະນະພັກກຸ່ມບັນດາວິສາຫະກິດສູນກາງ ຈັດຕັ້ງລາຍການ “ຄຳ່ຄືນຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກລະດູບານໃໝ່ປີວອກ 2016”. ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມ. ທີ່ລາຍການ, ບັນດາອົງການ, ຫົວໜ່ວຍ, ວິສາຫະກິດໄດ້ສະໜັບສະໜູນຄົນທຸກຍາກຂອງແຂວງ ຮ່ານາມ ດ້ວຍຍອດຈຳນວນເງິນກ່ວາ 10 ຕື້ດົ່ງ. ຄຽງຄູ່ກັນນັ້ນ, ມີຂອງຂວັນ 120 ພູດ, ແຕ່ລະພູດມີມູນຄ່າ 5 ແສນດົ່ງໂດຍໄດ້ມອບ 120 ຄອບຄົວທຸກຍາກແຂວງ ຮ່ານາມ. ທ່ານ ມາຍຕ໋ຽນຢູ້ງ, ເລຂາຄະນະພັກແຂວງ ຮ່ານາມ, ຢັ້ງຢືນວ່າ: ແຂວງ ຮ່ານາມ ໃຫ້ຄຳໝັ້ນສັນຍາຈະສົ່ງຈຳນວນເງິນທັງໝົດນັ້ນຊຶ່ງໂດຍແມ່ນບັນດາອົງການ, ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນສະໜັບສະໜູນໃນລາຍການ ເຖິງຜູ້ທຸກຍາກໃນບໍລິເວນແຂວງໃນໂອກາດບຸນປີໃໝ່ປີວອກນີ້.