ແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດມີພາລະບົດບາດສຳຄັນໃນການປົກປັກຮັກສາສີສັນວັດທະນາະທຳຂອງຊາດ
ທ່ານປະທານປະເທດ ເຈືອງເຕີ໋ນຊາງພົບປະກັບຄະນະຜູ້ແທນແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: Nguyễn Khang/TTXVN)
(vovworld) - ນັນແມ່ນຄຳຢັ້ງຢືນຂອງທ່ານປະທານປະເທດ ເຈືອງເຕີ໋ນຊາງ ທີ່ການພົບປະກັບຄະນະຜູ້ແທນແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດເນື່ອງໃນໂອກາດຄະນະດັ່ງກ່າວກັບເມືອປະເທດເຂົ້າຮ່ວມ
ກອງປະຊຸມ ແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທຳອິດໃນຕອນບ່າຍວັນທີ 20/11.
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງກອງປະຊຸມດັ່ງກ່າວ; ຖືວ່າ ນີ້ແມ່ນການເຄື່ອນໄຫວສ້າງກາລະໂອກາດໃຫ້ແກ່ ແມ່ຍິງ ຫວຽດນາມອາໄສ ຢູ່ຕ່າງປະເທດພົບປະກັນ, ແບ່ງປັນບົດຮຽນ ແລະ ເຂົ້າໃຈກວ່າກ່ຽວກັບນະໂຍບາຍຂອງພັກ ແລະ ລັດ. ທ່ານປະທານປະເທດຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະເທດ ຫວຽດນາມ ໄດ້, ໃນນັ້ນ ແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດມີບົດບາດສຳຄັນໃນການປົກປັກຮັກສາ, ເສີມຂະຫຍາຍພາສາ, ມູນເຊຶື້ອຂອງຊົນຊາດ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີວ່າ ຄະນະຈັດຕັ້ງຕ້ອງຖອດຖອນບົດຮຽນເພື່ອຈັດຕັ້ງກອງປະຊູມປະຈຳປີ,ແນໃສ່ສີມຂະຫຍາຍຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ປະເທດ, ປະກອບສ່ວນເຂົ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.