ແຫ່ຂະບວນຂະໜາດໃຫຍ່ຄັດຄ້ານ Brexit ຢູ່ລອນດອນ

(VOVWORLD) -ວັນທີ 09 ກັນຍາ, ມີປະຊາຊົນນັບພັນຄົນໄດ້ລົງຖະໜົນແຫ່ຂະບວນຢູ່ທົ່ວເຂດໃຈກາງນະຄອນຫວງລອນດອນ ເພື່ອແນໃສ່ຮຽກຮ້ອງໃຫ້ລັດຖະບານອັງກິດ “ພິຈາລະນາຄືນ ແລະ ປະລະ Brexit” (ເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ).

ແຫ່ຂະບວນຂະໜາດໃຫຍ່ຄັດຄ້ານ Brexit ຢູ່ລອນດອນ - ảnh 1 ແຫ່ຂະບວນຂະໜາດໃຫຍ່ຄັດຄ້ານ Brexit ຢູ່ລອນດອນ

(ພາບ: EPA/TTXVN)

ເຫດການດັ່ງກ່າວຖືກດຳເນີນກ່ອນໜ້ານັ້ນ 2 ວັນທີ່ສະພາຕ່ຳອັງກິດ ດຳເນີນການປ່ອນບັດຮັບຮອງເອົາ “ຮ່າງກົດໝາຍຍົກເລິກ” ຖອນອອກຈາກເອີລົບ ໃນວັນທີ 11 ກັນຍາ . ຮ່າງກົດໝາຍແມ່ນຈຸດສຸມໃສ່ແຜນການຂອງລັດຖະບານອັງກິດ ເພື່ອໃຫ້ລອນດອນ ຖອນອອກຈາກອີຢູ ໃນປີ 2019. ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ May ໄດ້ຮັບຫວັງວ່າ ຈະຍາດໄດ້ໄຊຊະນະໃນການປ່ອນບັດດັ່ງກ່າວ, ແຕ່ອາດຈະຕ້ອງປະເຊີນໜ້າກັບການຄັດຄ້ານຢ່າງແຮງຈາກຝ່າຍບັນດາສະມາຊິກທີ່ສະໜັບສະໜູນເອີລົບ ໃນພັກນິຍົມຮັກສາເດີມ.

ຕອບກັບ

ຂ່າວ/ບົດ​ອື່ນ